ກວ່າ 300 ຮ້ານວາງສະແດງເຂົ້າຮ່ວມງານຕະຫຼາດນັດລະດຸບານໃໝ່ 2014 ຢູ່ນະຄອນ ດານັ້ງ
(ພາປະກອບ)
(vovworld) – ຕອນເຊົ້າວັນທີ 16/1, ຄະນະກຳມະການປະຊາຊົນ ນະຄອນ ດານັ້ງ ໄດ້ໄຂຕະຫຼາດນັດລະດູບານໃໝ່ 2014 ຂຶ້ນ. ມີວິສາຫະກິດທັງຢູ່ພາຍໃນ ແລະ ຕ່າງປະເທດ 150 ແຫ່ງໄດ້ເຂົ້າຮ່ວມເພື່ອວາງສະແດງແນະນຳຜະລິດຕະພັນຫຼາຍຢ່າງຄື: ເຄື່ອງໄຟຟ້າ, ເຄື່ອງສິລະປະຫັດຖະກຳ, ຜະລິດຕະພັນມາຈາກບັນດາໝູ່ບ້ານອາຊີບຫັດຖະກຳ, ເຄື່ອງສຳອາງ, ເຄື່ອງຕັດຫຍິບ….ທ່ານ ເລຫວຽດເຕືອຍ ຮອງຫົວໜ້າພະແນກອຸດສາຫະກຳການຄ້ານະຄອນ ດານັ້ງ ໃຫ້ຮູ້ວ່າ
“ ຈຸດໃໝ່ຂອງງານຕະຫຼາດນັດປີນີ້ແມ່ນມີການເຂົ້າຮ່ວມຂອງບັນດາອົງການສາກົນ ແລະ ພິເສດມີບັນດາປະເທດໃນກຸ່ມອາຊຽນຄື ໄທ, ກຳປູເຈຍ. ບັນດາວິສາຫະກິດທີ່ເຂົ້າຮ່ວມງານຕະຫຼາດນັດໄດ້ແນະນຳບັນດາຜະລິດຕະພັນໃໝ່ທີ່ອຸດົມສົມບຸນ, ຫຼາຍຮູບຫຼາຍແບບເພື່ອຮັບໃຊ້ຄວາມຕ້ອງການຂອງປະຊາຊົນ. ງານຕະຫຼາດນັດກໍ່ແມ່ນໂອກາດເພື່ອສ້າງຄວາມສາມາດແກ່ງແຍ້ງລະຫວ່າງບັນດາວິສາຫະກິດ.”
ງານຕະຫຼາດນັດລະດູບານໃໝ່ 2014 ແມ່ນເຫດການສົ່ງເສີມການຄ້າຖືກນະຄອນ ດານັ້ງ ຈັດຂຶ້ນປະຈຳປີແນໃສ່ຮັບໃຊ້ຄວາມຕ້ອງການຂອງປະຊາຊົນໃນໂອກາດບຸນເຕັດ, ທັງແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດເປີດກວ້າງຕະຫຼາດ ແລະ ພັດທະນາການຜະລິດ.