ກ່ວາ 500 ຄົນທູບທຽນສະແດງຄວາມຮູ້ບຸນຄຸນຢູ່ເຂດປູຊະນີຍະສະຖານທາງ 3 ແຍກດົ່ງລົກ

(VOVWORLD) - ຕອນຄ່ຳວັນທີ 23 ກໍລະກົດ, ຢູ່ເຂດປູຊະນີຍະສະຖານປະຫວັດສາດທາງ 3 ແຍກດົ່ງລົກ, ຜູ້ແທນກ່ວາ 500 ຄົນເຊິ່ງແມ່ນນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ; ຍາດຕິພີ່ນ້ອງຄອບຄົວເປົ້າໝາຍນະໂຍບາຍ...

ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນໄຊຊະນະ ດົ່ງລົກ, 71 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຕອນຄ່ຳວັນທີ 23 ກໍລະກົດ, ຢູ່ເຂດປູຊະນີຍະສະຖານປະຫວັດສາດທາງ 3 ແຍກດົ່ງລົກ, ຜູ້ແທນກ່ວາ 500 ຄົນເຊິ່ງແມ່ນນັກຮົບວິລະຊົນກຳລັງປະກອບອາວຸດປະຊາຊົນ; ຍາດຕິພີ່ນ້ອງຄອບຄົວເປົ້າໝາຍນະໂຍບາຍ; ສະມາຊິກຊາວໜຸ່ມ, ເຍົາວະຊົນ, ອະນຸຊົນ ແລະ ປະຊາຊົນແຂວງ ຮ່າຕິ້ງ ເປັນຈຳນວນຫຼວງຫຼາຍໄດ້ເຂົ້າຮ່ວມພິທີຈູດທູບທຽນສະແດງຄວາມຮູ້ບຸນຄຸນບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດປູຊະນີຍະສະຖານ 3 ແຍກ ດົ່ງລົກ. ເພື່ອນ ຫງວຽນທິແທງເຕີມ, ຄະນະຊາວໜຸ່ມເມືອງ ການລົກ, ໄດ້ແບ່ງປັນວ່າ:

        “ເມື່ອມາຢ້ຽມຢາມສະຖານທີ່ແຫ່ງການປະຕິວັດນີ້, ທີ່ສຸສານຂອງນາງສາວ 10 ຄົນທີ່ເສຍສະຫຼະຊີວິດຢູ່ ດົ່ງລົກນີ້, ພວກຂ້າພະເຈົ້າມີຄວາມສະເທືອນໃຈເມື່ອຄິດເຖິງໄລຍະລະເບີດທຳລາຍດິນແດນນີ້ ແລະ ບັນດານາງສາວມີຄວາມອົງອາດກ້າຫານປົກປັກຮັກສາເຂດດິນແດນນີ້ດ້ວຍຈິດໃຈອັນແຮງກ້າຂອງໄວໜຸ່ມ. ມື້ນີ້, ມາແຫ່ງນີ້ີຈູດທູບທຽນເພື່ອສະແດງຄວາມຮູ້ບຸນຄຸນເຖິງບັນດານາງສາວ 10 ຄົນນັ້ນ ແລະ ໝັ້ນໝາຍວ່າຈະມານະພະຍາຍາມອຸທິດສ່ວນຈົນສຸດຄວາມສາມາດຂອງຕົນ.”

        ລາຍການນີ້ແມ່ນການເຄື່ອນໄຫວມີຄວາມໝາຍ, ແທດຈິງ, ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ທະຫານເສຍອົງຄະ, ລູກຫຼານຜູ້ທີ່ມີຄວາມປິຊາສາມາດຂອງແຂວງຮ່າຕິງ ທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ. ພ້ອມທັງໄດ້ປະກອບສ່ວນຝຶກຝົນຫຼໍ່ຫຼອມແນວຄິດການປະຕິບັດ, ສຶກສາມູນເຊື້ອຮັກຊາດ, ນ້ຳໃຈເອກອ້າງທະນົງໃຈຕໍ່ຊາດ ແລະ ສະຕິຄວາມຮັບຜິດຊອບໃນການປົກປັກຮັກສາອະທິປະໄຕທີ່ສັກກະລະບູຊາຂອງຊາດສຳລັບລຸ້ນໜຸ່ມໃນໄລຍະປະຈຸບັນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ