ກວາງງ້າຍຮັບເອົາແມ່ພິມສະໄໝລາດຊະວົງຫງວຽນກ່ຽວຂ້ອງເຖິງເກາະລິ໋ເຊີນແລະໝູ່ເກາະຮ່ວາງຊາ
ກວາງງ້າຍຮັບເອົາແມ່ພິມສະໄໝລາດຊະວົງຫງວຽນ
ກ່ຽວຂ້ອງເຖິງເກາະລິ໋ເຊີນແລະໝູ່ເກາະຮ່ວາງຊາ
(ພາບ: danviet)
(vovworld) – ຕອນເຊົ້າວັນທີ 29/12, ຫໍພິພິດຕະພັນສັງລວມແຂວງ ກວາງງ້າຍ ໄດ້ສົມທົບກັບສະມາຄົມມໍລະດົກວັດທະນະທຳ ຈັດງານວາງສະແດງດ້ວຍຫົວຂໍ້ “ວັດຖຸບູຮານຫວຽດນາມ ຜ່ານໄລຍະຕ່າງໆ” ແລະ ຮັບເອົາ “ແມ່ພິມສະໄໝລາດຊະວົງຫງວຽນ ກ່ຽວຂ້ອງເຖິງເກາະລິ໋ເຊີນ ແລະ ອະທິປະໄຕຂອງລັດຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ”. ມີວັດຖຸບູຮານເຄື່ອງເຄືອບດິນເຜົາຫວຽດນາມ ຜ່ານໄລຍະຕ່າງໆກວ່າ 450 ຢ່າງ ຖືກວາງສະແດງຢູ່ຫໍພິພິດຕະພັນສັງລວມແຂວງ ກວາງງ້າຍ. ບັນດາວັດຖຸບູຮານນີ້ ສ່ວນຫຼາຍໄດ້ຊອກເຫັນຢູ່ເຂດແຄມທະເລຂອງ ກວາງງ້າຍ, ກວາງນາມ, ບິ່ງທ້ວນ, ກ່າເມົາ.
ໃນຈຳນວນແມ່ພິມສະໄໝລາດຊະວົງຫງວຽນ ກ່ຽວຂ້ອງເຖິງເກາະລິ໋ເຊີນ ແລະ ອະທິປະໄຕຂອງລັດຫວຽດນາມ ສຳລັບໝູ່ເກາະຮ່ວາງຊາ ເກືອບ 35.000 ແຜ່ນ ໂດຍສູນເກັບຮັກສາແຫ່ງຊາດເລກ 4 ພວມຮັກສານັ້ນ, ມີ ແມ່ພິມ 17 ແຜ່ນ ກ່ຽວຂ້ອງເຖິງອະທິປະໄຕສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ ຂອງຫວຽດນາມ.