ກ໋​ວາງ​ນິງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວໄດ້​ຫຼາຍ​ກ່​ວາ 1,2 ລ້ານ​ເທື່ອ​ຄົນ

(VOVWORLD) -ພາຍຫຼັງການນຳໃຊ້ນະໂຍບາຍກະຕຸ້ນການທ່ອງທ່ຽວມາເປັນເວລາ 1 ເດືອນ, ເລີ່ມແຕ່ວັນທີ 15 ພຶດສະພາ ຮອດກາງເດືອນ ມິຖຸນາ, ແຂວງກ໋ວາງນິງ ຕ້ອນຮັບ ແຂກທ່ອງທ່ຽວຫຼາຍໄດ້ກ່ວາ 1,2 ລ້ານເທື່ອຄົນ.
ກ໋​ວາງ​ນິງ​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວໄດ້​ຫຼາຍ​ກ່​ວາ 1,2 ລ້ານ​ເທື່ອ​ຄົນ - ảnh 1ກ໋ວາງນິງຕ້ອນຮັບແຂກທ່ອງທ່ຽວໄດ້ຫຼາຍກ່ວາ 1,2 ລ້ານເທື່ອຄົນ (ພາບ: TTXVN)

ຈຳນວນແຂກທ່ອງທ່ຽວມາທ່ຽວຢູ່ກ໋ວາງນິງພວມຄ່ອຍໆເພີ່ມຂຶ້ນຄືນໃໝ່, ພິເສດແມ່ນໃນບັນດາວັນທ້າຍອາທິດ. ກ່ອນໜ້ານັ້ນ, ທາງແຂວງໄດ້ຕັດສິນເປີດປະຕູບັນດາສະຖານທີ່ທ່ອງທ່ຽວຄືນໃໝ່ນັບແຕ່ວັນທີ 1 ພຶດສະພາ ເມື່ອສາມາດຄວບຄຸມໂລກລະບາດ Covid – 19 ໄດ້ເປັນຢ່າງດີ. ທາງແຂວງກ໋ວາງນິງໄດ້ປະຕິບັດຫຼາຍມາດຕະການກະຕຸ້ນການທ່ອງທ່ຽວພາຍໃນປະເທດ, ໃນນັ້ນມີນະໂຍບາຍຢ້ຽມຊົມບັນດາສະຖານທີ່ທ່ອງທ່ຽວໂດຍບໍ່ເສຍຄ່າໃຫ້ແກ່ ແຂກທ່ອງ ທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດໝົດທຸກຄົນ. ສຳພັນທະມິດກະຕຸ້ນການທ່ອງທ່ຽວມີການເຂົ້າຮ່ວມຂອງວິສາຫະກິດມທີ່ດຳເນີນການບໍລິການທ່ອງທ່ຽວເກືອບ 100 ແຫ່ງພາຍໃນແຂວງໄດ້ໃຫ້ຄຳໝັ້ນສັນຍາ ຫຼຸດລາຄາລົງແຕ່ຮັບປະກັນຄຸນນະພາບການບໍລິການຢູ່ໃນລະດັບດີທີ່ສຸດ, ອັນໄດ້ສ້າງເງື່ອນໄຂໃຫ້ແຂກທ່ອງທ່ຽວໄດ້ຊົມໃຊ້ບັນດາຜະລິດຕະພັນ ການບໍລິການທ່ອງທ່ຽວທີ່ມີຄຸນນະພາບ ດ້ວຍລາຄາທີ່ເໝາະສົມໃນເວລາກ່ວາ 1 ເດື່ອນທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ