ກວາງຫງາຍເຊີດຊູຜູ້ບໍລິຈາກເລືອດດີເດັ່ນ
ພິທີເຊີດຊູຜູ້ບໍລິຈາກເລືອດດີເດັ່ນແຂວງ ກວາງຫງາຍ ປີ 2013
(ພາບ: thongtinquangngai.com)
(vovworld) – ຕອນເຊົ້າວັນທີ 14/6, ຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດແຂວງ ກວາງຫງາຍ ຈັດຕັ້ງພິທີເຊີດຊູ 59 ຄົນບໍລິຈາກເລືອກດີເດັ່ນປີ 2014. ມາຮອດປະຈຸບັນ, ໃນທົ່ວແຂວງ ກວາງຫງາຍ ມີຜູ້ບໍລິຈາກເລືອດແຕ່ 7 ຄັ້ງຂຶ້ນໄປແມ່ນ 300 ຄົນ. ດັ່ງນັ້ນ, ແຂວງ ກວາງຫງາຍ ຕອບສະໜອງຄວາມຕ້ອງການເລືອດໃນການພະຍາບານສຸກເສີນ ແລະ ປິນປົ່ວໄດ້ 100%. ເອື້ອຍ ຫງວຽນທິບີກງອກ, ປະຊາຊົນຜູ້ໜຶ່ງເຂົ້າຮ່ວມການບໍລິຈາກເລືອດ, ໃຫ້ຮູ້ວ່າ:
“ເມື່ອຊົມໂທລະພາບ, ຟັງວິທະຍຸຂ້າພະເຈົ້າກໍ່ຮູ້ວ່າ, ມີຄົນເຈັບຫຼາຍຄົນໃກ້ຈະເສຍຊີວິດຍ້ອນຂາດເລືອດ. ຈາກນັ້ນ, ຂ້າພະເຈົ້າໄດ້ຮຽກຮ້ອງໃຫ້ພວກລູກໄປບໍລິຈາກເລືອດ. ປີໃດ, ທັງ 3 ແມ່ລູກຂ້າພະເຈົ້າກໍ່ໄປບໍລິຈາກເລືອດໃຫ້ໂຮງໝໍ ຫຼື ເຂົ້າຮ່ວມການບໍລິຈາກເລືອດຕາມຂະບວນການ.”