(vovworld) - ຕອນເຊົ້າວັນທີ 17/07, ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ, ຫົວໜ້າຄະນະຊີ້ນຳການສະຫລຸບ 5 ປີແຫ່ງການປະຕິບັດມະຕິສູນກາງຄັ້ງທີ 7, ຊຸດທີ 10 ກ່ຽວກັບກະສິກຳ, ຊາວກະສິກອນ ແລະ ຊົນນະບົດ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ຕາແສງ ແຄ໋ງແທ່ງ, ເມືອງ ອຽນແຄ໋ງ, ແຂວງ ນິງບິ່ງ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ກວດກາການກໍ່ສ້າງທາງເບຕົງຊົນນະບົດ, ຢ້ຽມຢາມຮູບແບບທົ່ງນາກວ້າງໃຫຍ່, ກິດຈະກຳນ້ຳສະອາດ... ຂອງຕາແສງ ແຄ໋ງທ້ຽນ, ເມືອງອຽນແຄ໋ງ. ທ່ານປະທານສະພາແຫ່ງຊາດ ໄດ້ຕັກເຕືອນການນຳຕາແສງ ແລະ ປະຊາຊົນ ຕ້ອງເອົາໃຈໃສ່ກໍ່ສ້າງຊົນນະບົດໃໝ່ທີ່ທັນສະໄໝ, ສິ່ງແວດລ້ອມທີ່ປອດໂປງ, ພິເສດຕ້ອງເອົາໃຈໃສ່ເຖິງການພັດທະນາຢ່າງໝັ້ນຄົງ, ເປັນປົກກະຕິ, ຜະລິດຕະພັນກະສິກຳຜະລິດອອກ ບໍ່ພຽງແຕ່ຈຳໜ່າຍຢູ່ພາຍໃນປະເທດເທົ່ານັ້ນ ຫາກຍັງສົ່ງອອກໄປຕ່າງປະເທດອີກດ້ວຍ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຊີ້ແຈ້ງວ່າ: ບົນຈິດໃຈມະຕິສູນກາງຄັ້ງທີ 7 ແມ່ນສຸມໃສ່ພັດທະນາກະສິກຳ, ຊົນນະບົດ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນອີ່ນໜຳສຳລານ. ສະນັ້ນ, ປະຊາຊົນແຕ່ລະຄົນຕ້ອງມີສະຕິ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ. ທ່ານນັ້ນໜັກວ່າ ເສດຖະກິດຂອງແຕ່ລະຄອບຄົວໄດ້ຮັບການພັດທະນາ, ຮັ່ງມີ ຈະສ້າງທ່ວງທ່າຮອງໃຫ້ຕາແສງ, ເມືອງ, ແຂວງ ແລະ ປະເທດຊາດພັດທະນາ.