ກໍ່ສ້າງນະຄອນນີງບີງກາຍເປັນສູນວັດທະນະທຳ,ປະຫວັດສາດ

ກໍ່ສ້າງນະຄອນນີງບີງກາຍເປັນສູນວັດທະນະທຳ,ປະຫວັດສາດ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ມອບຂໍ້ຕົກລົງໃຫ້
ການນຳແຂວງ
ພາບ:baoninhbinh.org.vn


(vovworld)-ຕອນ​ຄຳ່​ວັນ​ທີ 28/6, ຄະນະ​ພັກ,ສະພາ​ປະຊາຊົນ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ນີງບີ​ງ ​ໄດ້​ຈັດ​ຕັ້ງ​ພິທີ​ສະ​ເຫລີ​ມສະຫລອງ 60 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ນະຄອນ(30/6/1954-30/6/2014) ​ແລະ ປະກາດ​ຂໍ້​ຕົກລົງ​ຂອງ​ນາຍົກລັດຖະມົນຕີ ຮັບຮອງ​ນະຄອນ ນີງບີ​ງ ​ແມ່ນ​ຕົວ​ເມືອງ​ປະ​ເພດ 2. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ຫນັກ​ວ່າ: ​ເລື່ອງ​ຮັບຮອງ​ນະຄອນ ນີງບີ​ງ ​ແມ່ນ​ເຂດ​ຕົວ​ເມືອງປະ​ເພດ 2 ​ແມ່ນ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ເພື່ອ​ໃຫ້​ນີງບີ​ງພັດທະນາ​ຢ່າງຮອບດ້ານ, ກາຍ​ເປັນ​ນະ​ຄອນ​ທ່ອງ​ທ່ຽວ, ສີວິ​ໄລ, ທັນ​ສະ​ໄຫມ, ​ແມ່ນ​ຈຸ​ນັດ​ພົບ​ອັນ​ດູດ​ດື່ມ​ຂອງ​ນັກ​ທ່ອງ​ທ່ຽວ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເຫ​ນີ​ແຂວງ ນີງບີ​ງ ​ໃນ​ໄລຍະ​ຈະ​ມາ​ເຖິງ ຄວນ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອມ, ທ່າ​ໄດ້​ປຽບ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ, ກຳລັງ​ແກ້ງ​ແຍ້​ງ ​ເພື່ອ​ ກໍ່ສ້າງ​ນະຄອນ ນີງບີ​ງ ​​ເປັນ​ສູນວັດທະນະທຳ, ປະຫວັດສາດ, ການທ່ອງທ່ຽວ​ລະດັບ​ຊາດ, ມີ​ຄວາມ​ໝາຍ​ສາກົນ, ປະກອບສ່ວນ​ສຳຄັນ​ໃນ​ການ​ຊຸກຍູ້​ວິວັດທະນາ​ການ​ຫັນ​ເປັນ​ອຸ​ດສາ​ຫະກຳ ​ແລະ ທັນ​ສະ​ໄຫມ​.

 

 

ຂ່າວ/ບົດ​ອື່ນ