(ພາບປະກອບ:vietnamplus.vn)
(vovworld)- ຕອນບ່າຍວັນທີ 15/7, ຢູ່ເກີນເທີ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ສົມທົບກັບຄະນະຊີ້ນຳເຂດຕາເວັນຕົກສ່ຽງໃຕ້ ໄດ້ຈັດກອງປະຊຸມຊາບຊືມໜ້າທີ່ປະຕິບັດແຜນຮ່າງ ”ສຳຫຼວດ, ຕີລາຄາໝາກຜົນການເຄື່ອນໄຫວຮູບແບບເສດຖະກິດຮ່ວມມື, ສະຫະກອນ; ສ້າງທົດລອງຮູບແບບສະຫະກອນໃໝ່ຢູ່ເຂດທົ່ງພຽງແມ່ນ້ຳຂອງ“. ທີ່ກອງປະຊຸມ, ຜູ້ແທນຫຼາຍທ່ານໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງການສ້າງທົດລອງຮູບແບບສະຫະກອນໃໝ່, ໂດຍສະເພາະແມ່ນໃນຂົງເຂດຜະລິດເຂົ້າ, ປູກຕົ້ນໄມ້ກິນໝາກ, ລ້ຽງປາຈາຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ຕາມທ່ານດັ້ງຮູຍດົງ, ຮອງລັດຖະມົນຕີ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລ້ວ, ເລື່ອງຜັນຂະຫຍາຍຮູບແບບສະຫະກອນໃໝ່ ຈະສ້າງເງື່ອນໄຂສະດວກເພື່ອສ້າງທົດລອງ ແລະ ທະວີຄູນບັນດາຮູບແບບຜະລິດຢູ່ເຂດທົ່ງພຽງແມ່ນ້ຳຂອງແມ່ນ້ຳຂອງທາງພາກໃຕ້ຫວຽດນາມໃຫ້ປະສົບຜົນສຳເລັດໃນອະນາຄົດ:
”ຜ່ານຮູບແບບສະຫະກອນໃໝ່, ບັນດາສະມາຊິກ, ລະອຽດແມ່ນຊາວກະສິກອນຈະໄດ້ຮັບການສະໜອງວັດຖຸສົ້ນເຂົ້າດ້ວຍລາຄາຕ່ຳ, ໄດ້ຮັບການໜູນຊ່ວຍ, ໃຫ້ຄຳປຶກສາດ້ານເຕັກນິກ, ເຕັກໂນໂລຊີການຜະລິດ, ໄດ້ຮັບການໜູນຊ່ວຍການຈຳໜ່າຍຜະລິດຕະພັນຢ່າງມີປະສິດທິຜົນ. ແຕ່ສິ່ງດັ່ງກ່າວຈະຊ່ວຍໃຫ້ຊາວກະສິກອນສາມັກຄີຮ່ວມມືນຳກັນ ພ້ອມກັນພັດທະນາເສດຖະກິດ, ປົວແປງຊີວິດການເປັນຢູ່”.