ກໍ່ສ້າງເຂດຊີວະພາບເກາະຫວູອຽນ,ຫາຍຟ່ອງທີ່ມີມູນຄ່າເກືອບ1ຕື້USD
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ
ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງ
(ພາບ: vovgiaothong.vn)
(vovworld) - ຕອນເຊົ້າວັນທີ 12/07, ຢູ່ຫາຍຟ່ອງ, ຄະນະກຳມະການປະຊາຊົນນະຄອນຫາຍຟ່ອງ ໄດ້ສົມທົບກັບນັກລົງທຶນ - ກຸ່ມບໍລິສັດ Vingroup ຈັດພິທີເລີ່ມລົງມືກໍ່ສ້າງໂຄງການລະຫຼິ້ນບັນເທິງ, ເຮືອນຢູ່ ແລະ ເຂດສວນສາທາລະນະຊີວະພາບລວມເນື້ອທີ່ເກາະ ຫວູອຽນ (ຫາຍຟ່ອງ) ທັງໝົດ. ໂຄງການເຂດຊີວະພາບເກາະ ຫວູອຽນ ດ້ວຍເນື້ອທີ່ 872 ha ລວມມີ: ບັນດາວິລາຊີວະພາບ, ເດີນກອບ, ເຂດລະຫຼີ້ນບັນເທິງ ແລະ ເຂດສວນສາທາລະນະຊີວະພາບ. ດ້ວຍຍອດເງິນລົງທຶນແມ່ນເກືອບ 1 ຕື້ USD.
ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງ, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈຸງຫາຍ ຕີລາຄາສູງການຜັນຂະຫຍາຍບັນດາໂຄງການໂຄງລ່າງ, ດຶງດູດການລົງທຶນຂອງນະຄອນຫາຍຟ່ອງ, ຮັບໃຊ້ການພັດທະນາເສດຖະກິດສັງຄົມ, ກໍ່ສ້າງນະຄອນໃຫ້ກາຍເປັນເຂດຕົວເມືອງຂຽວ - ທັນສະໄໝ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ແຂວງຫາຍຟ່ອງ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ນັກລົງທຶນ, ກຸ່ມບໍລິສັດ Vingroup ສຸມໃສ່ແຫຼ່ງກຳລັງເພ່ືອກໍ່ສ້າງໂຄງການ, ຮັບປະກັນຄຸນນະພາບ, ສິ່ງແວດລ້ອມ ແລະ ນຳເຂົ້າໃຊ້ການໂດຍໄວ.