ກໍ່ສ້າງເຂດຊາຍແດນມິດຕະພາບຫວຽດນາມ-ລາວ

ກໍ່ສ້າງເຂດຊາຍແດນມິດຕະພາບຫວຽດນາມ-ລາວ - ảnh 1
ທ່ານ ພັນ​ດວງ​ຈິດ ວົງ​ສາ - ປະ​ທານຄະ​ນະ​ກຳ​ມະ​ການ​​ສູນ​ກາງແນວ​ລາວ​ສ້າງ​ຊາດ

(​vovworld) – ​ ​​ຕອ​ນ​ເຊົ້າ​ວັນ​ທີ 3/11, ຢູ່​ແຂວງ ຄຳ​ມ່ວນ, ​ປະ​ເທດ​ລາວ, ຄະ​ນະ​ກຳ​ມະ​ການ​ສູນ​ກາງ ແນວ​ໂຮມ​ປະ​ເທດຊາດ ຫວຽດ​ນາມ ແລະ ຄະ​ນະ​ກຳ​ມະ​ການ​​ສູນ​ກາງແນວ​ລາວ​ສ້າງ​ຊາດ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມກໍ່​ສ້າງ​ເສັ້ນ​ຊາຍ​ແດນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ. ກອງ​ປ​ະ​ຊຸມ​ຮັບ​ຮູ້​ວ່າ: ພ້ອມ​ກັບ​ການ​ຮ່ວມ​ມື​ຮອບ​ດ້ານ​ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ 2 ປະ​ເທດ​ໃນຫຼາຍ​ຂົງ​ເຂດ, ໃນ​ໄລ​ຍະ​ຜ່ານ​ມາ, ການ​ຮ່ວມ​ມື​ລະ​ຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ແລະ ແນວ​ລາ​ວ​ສ້າງ​ຊາດ ​​ແມ່ນອຸ​ດົມ​ສົມ​ບູນ​ທີ່​ສຸດ, ຫຼາຍ​ຮູບຫຼາຍ​ແບບ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ເຂົ້າ​ໃນ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ. ບັນ​ດາ​ແຜນ​ນະ​ໂຍ​ບາຍ​ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວ​ຽດ​ນາມ ແລະ ແນວ​ລາວ​ສ້າງ​ຊາດ ໄດ້​ຮັບ​ການ​ໂຄ​ສະ​ນາ​ເຜີຍ​ແຜ່​ຢ່າງ​ເລ​ິກ​ເຊິ່ງ, ກ້​ວາງ​ຂວາງ​​ຜ່ານ​ບັນ​ດາ​ພະ​ຫະ​ນະ​ສື່ມວນ​ຊົນ​ເຖິງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ຊ່ວຍ​ປະ​ຊາ​ຊົນ​ເຂົ້າ​ໃຈ​​ກ່​ວາ​ອີກ​ເຖິງ​ການ​ພົວ​ພັນ​ພິ​ເສດ ຫວຽດ​ນາມ - ລາວ ເພື່​ອ​ພ້ອມ​ກັນ​​ປົກ​ປັກ​ຮັກ​ສາເຂດ​ຊາຍ​ແດນ​ໃຫ້​ໝັ້ນ​ຄົງ​ເຂັ້ມ​ແຂງ. ກອງ​ປະ​ຊຸມກໍ່​ປຶກ​ສາ​ຫາ​ລື​ທິ​ດ​ທາງ ໜ​້າ​ທີ່​ສ້າງ​ເສັ້ນ​​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ​ລະ​ຫວ່າງ 2 ປະ​ເທດ​ໄລ​ຍະ 2014 – 2016.

 

ຂ່າວ/ບົດ​ອື່ນ