ກອງທຶນເຊື່ອມໂຍງອາຊຽນ-ຢີປຸ່ນປະກອບສ່ວນເພີ່ມທະວີສະຖຽນລະພາບແລະການພັດທະນາ

ກອງທຶນເຊື່ອມໂຍງອາຊຽນ-ຢີປຸ່ນປະກອບສ່ວນເພີ່ມທະວີສະຖຽນລະພາບແລະການພັດທະນາ - ảnh 1
ທ່ານ ເລ​ເລືອງ​ມິງ ​ເລ​ຂ​າ​ທິ​ການ​ໃຫຍ່​ອາ​ຊຽ​ນ
(ພາບ: aseantourism)

(vovworld) –​ ໃນ​ຕອນເຊ​ົ້າ ວັນ​ທີ 9/6, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ສົມ​ທົບ​ ກັບ​ກອງ​ທຶນ​ເຊື່ອມ​ໂຍງ ອາ​ຊຽນ-ຢີ​ປຸ່ນ (JALF) ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ ແນະ​ນຳ ກອງ​ທຶນ​ເຊື່ອມ​ໂຍງ ອາ​ຊຽນ-ຢີ​ປຸ່ນ ຄັ້ງ​ທີ 3. ກ່າວ​ຄວ​າມ​ເຫັນ​ທີ່​ກອງ​ປະ​ຊຸມ​ສຳ​ມະ​ນາ, ທ່ານ ເລ​ເລືອງ​ມິງ ​ເລ​ຂ​າ​ທິ​ການ​ໃຫຍ່​ອາ​ຊຽ​ນ ເນັ້ນ​ໜັກ​ວ່າ: ​ພາຍຫຼັງ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ອາ​ຊຽນ ແລ​ະ ພິ​ເສດ​ແມ່ນ​ການ​ປະ​ຕິ​ບັດ ບັນ​ດາ​​ຂັ້ນ​ຕອນ​ເຊື່ອມ​ໂຍງ​ ຂອງອາ​ຊຽນ, ປັດ​ຈຸ​ບັນ​ອາ​ຊຽນ ​ໄດ້ກາຍ​ເປັນໜຶ່ງ​ໃນ​ບັນ​ດາ​ຮູບ​ແບບ​ການ​ຈັດ​ຕັ້ງ​ ​ສຳ​ເລັດຜົນ​ທີ່​ສຸດ ເພື່ອເຊື່ອມ​ຕໍ່​ບັນ​ດາ​ພື້ນ​ຖານ​ເສດ​ຖ​ະ​ກິດ​ສະ​ມາ​ຊິກ, ນຳ​ມາ​ເຊິ່ງ​ການ​ເຕີບ​ໂຕ​ໃຫຍ່​ກວ່າ, ​ແລະ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ອາ​ຊຽນ ເພື່ອ​ການ​ພັດ​ທະ​ນາ ສະ​ຖຽນ​ລະ​ພາບ ແລະ ສັນ​ຕິ​ພາບ ຂອງ​ອາ​ຊຽນ. ຕາມ ທ່ານ ເລ​ເລືອງ​ມິງ​, ໃນ​ຈຳ​ນວນ​ບັນ​ດາ​ຄູ່​ຮ່ວມ​ມື​ ອາ​ຊຽນ, ຢີ່​ປຸ່ນ​ເປັນ​ປະ​ເທດ​ຄູ່​ຮ່ວມ​ມື​ອັນ​ຍາວ​ນານ ແລະ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ​ອາ​ຊຽນ​ ໃນ​ການ​ສ້າງ​ປະ​ຊາ​ຄົມ​ຢ່າງ​ເຂັ້ມ​ແຂງ. ທ່ານ ເລ​ເລືອງ​ມິງ​ ເລ​ຂ​າ​ທິ​ການ​ໃຫຍ່​ອາ​ຊຽ​ນ ເນັ້ນ​ໜັກ​ວ່າ:

        “ບັນ​ດາ​ໂຄງ​ການ​ທີ່​ປະ​ຕິ​ບັດ​ໄດ້​ປະ​ກອບ​ສ່ວນ​​ຢ່າງໃຫຍ່ຫຼວງ ໃຫ້​ແກ່​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ຂອງ​ອາ​ຊຽນ, ເປັນ​ຕົ້ນ​ແມ່ນ​ ການ​ເຊື່ອມ​ໂຍງ ແລະ ກໍ່​ສ້າງ​​ກຳ​ລັງຄວາມ​ສາມ​າດ​ໃນຫຼາຍ​ຂົງ​ເຂດ​ສຳ​ຄັນ​ຄື: ​ການຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ, ການຕ້ານກໍ່​ການ​ຮ້າຍ, ປັບ​ປຸງ​ໂຄງ​ປະ​ກອບ, ສາ​ທາ​ລະ​ນະ​ສຸກ, ການ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ສຶກ​ສາ, ບຳ​ລຸງ​ສ້າງ, ການພົບ​ປະ​ແລກ​ປ່ຽນ​ຂອງ​ຊາວ​ໜຸ່ມ. ສາ​ມາ​ເວົ້າ​ໄດ້​ວ່າ: ຜ່ານ JAIF, ພວກ​ເຮົາ​ໄດ້​ເຮັດ​ບັນ​ດາ​ລະ​ບອບ​ ໃນ​ພາກ​ພື້ນ​ຢ່າງ​ເຂັ້ມ​ແຂງ​ກ່​ວາ​​ຄື ສູນ​ປະ​ສານ​ງານ​ໜູ່​ນຊ່ວຍ, ກູ່​ຊ່ວຍ​ມະ​ນຸດ​ສະ​ທຳ​ຂອງ​ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ ໃນ​ເດືອນ 11 ປີ 2011 ແລະ ກໍ່​ຄື​ລະ​ບົບຂໍ້​ລິ​ເລີ່ມ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຂອງ​ອາ​ຊຽນ”.

        ແລະກໍ່​ທີ່ກອງ​ປ​ກະ​ຊຸມ, ທ່ານ Kazuo Sunaga ເອກ​ອັກ​ຄະ​ລັດ​ຖະ​ທູດ, ​ຫົ​ວ​ໜ້າ​ຄະ​ນະ​ຜູ້​ແທນ ຢີ​ປຸ່ນ ປະ​ຈຳ ​ ອາ​ຊຽນ ໄດ້ສະ​ໜອງ​ບັນ​ດາ​ຂໍ້​ມູນ​ ກ່ຽວ​ກັບ​ຂອບ​ຂະ​ໜາດ, ເປົ້າ​ໝາຍ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ໃໝ່ທີ່​ສຸດ ຂອງກອງ​ທຶນ JAIF ຢູ່​ຫວຽດ​ນາມ. ຕາມ​ ທ່ານ Kazuo Sunaga ແລ້ວ, ເລື່ອງ​ໃຫ້ຂໍ້​ມູນຂ່າວ​ຢ່າງ​ຄົບ​ຊຸດ ແກ່​ບັນ​ດາ​ຄູ່​ຮ່ວມ​ມື​ແມ່ນ​ສິ່ງສຳ​ຄັນ ເພື່ອ​ໃຫ້​ຢີ​ປຸ່ນ ​ສາ​ມາດ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ ຫວຽດ​ນາມ ແລະ ຊຸກ​ຍູ້​ການ​ນຳ​ໃຊ​້ກອງທຶນ​ JAIF ໃຫ້​ມີ​ປະ​ສິດ​ທິ​ຜົນ​ກວ່າ.

ຂ່າວ/ບົດ​ອື່ນ