ກອງທັບ Yemen ບຸກໂຈມຕີໃສ່ພວກກໍການຮ້າຍ Al Qaeda
(ພາບ: Getty Images)
(vovworld) – ວັນທີ 12/5, ກອງທັບ Yemen ໄດ້ເປີດການບຸກໂຈມຕີຂະໜາດໃຫຍ່ ເພື່ອຢຶດເອົານະຄອນ Zinjibar ຢູ່ພາກໃຕ້ປະເທດນີ້, ບ່ອນທີ່ບັນດາມືປືນ Al Qaeda ຢຶດຄອງເກືອບ 1 ປີຜ່ານມາ. ການບຸກໂຈມຕີນີ້ໄດ້ເລີ່ມຕົ້ນຈາກ 3 ຝ່າຍດ້ວຍການໜູນຊ່ວຍຂອງກອງທັບອາກາດ ແລະ ກອງທັບເຮືອ. ການປະທະກັນຕ່າງໆໄດ້ເຮັດໃຫ້ 12 ຄົນເສຍຊີວິດ ແລະ 12 ຄົນຖືກບາດເຈັບ. ປະຈຸບັນ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Yemen Mohammed Nasser Ahmed ພວມຕິດຕາມກວດກາບັ້ນຮົບນີ້. ກ່ອນໜ້ານັ້ນ, ໃນການບຸກໂຈມຕີຂອງເຮືອບິນບໍ່ມີຄົນຂັບຂອງອາເມລິກາ ເມືອວັນທີ 6/5, ຫົວໂປ Al Qeada ຢູ່ Yemen Fahd Al Quso, ຜູ້ຖືກຕາມລ່າ ເພາະກ່ຽວຂ້ອງເຖິງເຫດວາງລະເບີດກ່ຳປັ່ນ USS Cole ປີ 2000 ໄດ້ຖືກດັບສູນແລ້ວ. ອາທິດແລ້ວນີ້, ທ່ານປະທານາທິບໍດີ Yemen Abdrubuh Mansur Hadi ໄດ້ຖະແຫຼງວ່າຈະຍູ້ແຮງບັ້ນຮົບຕ້ານພວກກໍການຮ້າຍທີ່ສັງກັດເຄືອຂ່າຍ Al Qaeda ຈົນກ່ວາເວລາທີ່ກຳລັງກໍການຮ້າຍປ່ອຍອາວຸດ.