ທ່ານ ປະທານາທິບໍດີ ອີຢິບ Mohammed Morsi
(ພາບປະກອບຈາກອີນເຕີເນັດ)
(vovworld) - ວັນທີ 1/7, ກອງທັບ ອີຢິບໄດ້ກ່າວເຕືອນ ຈະແຊກແຊງ ແລະ ສະເໜີ ເສັ້ນທາງການເມືອງສະເພາະໃຫ້ແກ່ປະເທດນີ້ ຖ້າຫາກບັນດາກຳລັງການເມືອງພາຍໃນປະເທດບໍ່ສາມາດ “ຕອບສະໜອງບັນດາຄຳຮຽກຮ້ອງຕ້ອງການຂອງປະຊາຊົນ” ໃນຮອບເວລາ 48 ຊົ່ວໂມງ. ໃນຖະແຫຼງການສະບັບ 1 ອ່ານທາງຊ່ອງໂທລະພາບແຫ່ງຊາດ, ກອງທັບ ອີຢິບໄດ້ເຕື້ອງເຖິງຄຳຮຽກຮ້ອງຄືນໃໝ່, ຕາມນັ້ນແລ້ວ “ບັນດາຄຳຮຽກຮ້ອງຂອງປະຊາຊົນຕ້ອງໄດ້ຕອບສະໜອງ” ແລະ ສະຫງວນໃຫ້ທຸກໆຝ່າຍເວລາ 48 ຊົ່ວໂມງຄືດັ່ງ “ກາລະໂອກາດສຸດທ້າຍເພື່ອຮັບຜິດຊອບ”. ຖະແຫຼງການນີ້ກໍ່ຢືນຢັນວ່າ, ກອງທັບຈະປະກາດເສັ້ນທາງໃນອະນາຄົດ ແລະ ມາດຕະການຕ່າງໆເພື່ອແນໃສ່ຕິດຕາມກວດກາເລື່ອງປະຕິບັດວິວັດການນີ້ໃນກໍລະນີບັນດາຄຳຮຽກຮ້ອງດັ່ງກ່າວບໍ່ສາມາດຕອບສະໜອງ. ໂຄສົກກອງທັບ ທ່ານ Ahmed Ali ຢືນຢັນວ່າ: ນີ້ບໍ່ແມ່ນການກໍ່ລັດຖະປະຫານ ແລະ ຖືວ່າ ການກະທຳດັ່ງກ່າວສະແດງໃຫ້ເຫັນການພົວພັນໜູນຊ່ວຍກັນລະຫວ່າງກອງທັບ ແລະ ປະຊາຊົນ.