ກອງທັບ ອີຣານ ກ້າວເຂົ້າຖານທີ່ໝັ້ນສຳຄັນທີ່ສຸດຂອງ IS

ກອງທັບ ອີຣານ ກ້າວເຂົ້າຖານທີ່ໝັ້ນສຳຄັນທີ່ສຸດຂອງ IS  - ảnh 1
(ພາບປະກອບ)

(vovworld) – ​​ ວັນ​ທີ 13/01 ບັນດາ​ກຳລັງ​ເຮັດ​ໜ້າ​ທີ່​ພິ​ເສດ ອີຣັກ ​ໄດ້ບຸກ​ເຂົ້າ​ເຂກ​ປະສົມມະຫາວິທະຍາ​ໄລ Mosul ຢູ່​ນະຄອນ Mosul ທາງທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ປະ​ເທດ​ນີ້, ພ້ອມ​ທັງ ຍູ​້​ແຮງ​ການ​ບຸກ​ໂຈມ​ຕີ ​ແລະ ສຳ​ພັດກັບຂົວ​ແຫ່ງ​ທີ 2 ທີ່ຂ້າມ​ຜ່ານ​ແມ່​ນ້ຳ Tigris, ສືບ​ຕໍ່​ຍູ້​ບັນດາ​ມື​ປືນ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ​ໃຫ້​ຖອຍ​ໄປ. ມະຫາວິທະຍາ​ໄລ Mosul ​ແມ່ນ​ຖານ​ທີ່​ໝັ້ນ​ສຳຄັນ​ທີ່​ສຸດ​ຂອງ IS ຢູ່​ເຄິ່ງພາກ​ຕາ​ເວັນ​ອອກ​ຂອງ​ນະຄອນ​ນີ້. ບັນດາ​ກຳລັງ ອີຣັກ ​ໄດ້​ວາງ​ຈຸດໝາຍ​ປົດ​ປ່ອຍ​ເຂດ​ຝັ່ງ​ຕາ​ເວັນ​ອອກ​ຂອງ​ແມ່ນ້ຳ Tigris ​ເຊິ່ງ​ແບ່ງ​ແຍກ Mosul ​ແຕ່​ເໜືອ​ລົງ​ໃຕ້, ກ່ອນ​ທີ່​ຜັນ​ຂະຫຍາຍ​ການ​ບຸກ​ໂຈມ​ຕີ​ໃສ່​ເຂດ​ຕາ​ເວັນ​ຕົກ​ເຂດ​ນີ້ ຍັງ​ຄົງ​ຖືກ IS ຢືດຄອງ. ການ​ບຸກ​ໂຈມ​ຕີ​ມະຫາວິທະຍາ​ໄລ Mosul ​ແມ່ນ​ການ​ບຸ​ກ​ໂຈມ​ຕີຢ່າງ​ກະທັນຫັນ​ໃສ່​ພວກ​ກະບົດ.

ຂ່າວ/ບົດ​ອື່ນ