ກອງທັບຊີຣີ ຢຶດໄດ້ບາງເທດສະບານຢູ່ແຂວງ Idlib ຕື່ມອີກ

(VOVWORLD) -ກອງທັບຊີຣີ ຢຶດ ໄດ້ 5 ເທດສະບານຢູ່ທາງທິດເໜືອນະຄອນ Saraqeb ຂຶ້ນກັບເຂດຊົນນະບົດແຂວງ Idlib, ທາງທິດຕາເວັນຕົກສ່ຽງເໜືອຊີຣີ ຕື່ມອີກ.

ກອງທັບຊີຣີ ຢຶດໄດ້ບາງເທດສະບານຢູ່ແຂວງ Idlib ຕື່ມອີກ - ảnh 1

ກອງທັບຊີຣີ  

(ພາບປະກອບ: AFP/TTXVN)

ວັນທີ 06 ກຸມພາ, ສຳນັກຂ່າວສານແຫ່ງລັດຊີຣີ SANA ໃຫ້ຮູ້ວ່າ, ກອງທັບຊີຣີ ຢຶດ ໄດ້ 5 ເທດສະບານຢູ່ທາງທິດເໜືອນະຄອນ Saraqeb ຂຶ້ນກັບເຂດຊົນນະບົດແຂວງ Idlib, ທາງທິດຕາເວັນຕົກສ່ຽງເໜືອຊີຣີ ຕື່ມອີກ. ດ້ວຍເລື່ອງຢຶດໄດ້ເຂດດັ່ງກ່າວຕື່ມອີກ, ກອງທັບຊີຣີ ຍາດໄດ້ສິດຄວບຄຸ້ມເສັ້ນທາງເຊື່ອມຕໍ່ລະຫວ່າງ Saraqeb ກັບ Aleppo ທີ່ຢູ່ທາງທິດເໜືອຊີຣີ. ນີ້ແມ່ນຜົນງານອັນໃຫຍ່ຫຼວງທຳອິດໃນການຮັບປະກັນຄວາມປອດໄພໃຫ້ແກ່ເສັ້ນທາງດ່ວນທີ່ເຊື່ອມຕໍ່ລະຫວ່າງນະຄອນຫຼວງ Damascus ກັບນະຄອນ Aleppo.

          ໃນເຫດການທີ່ກ່ຽວຂ້ອງ, ວັນທີ 06 ກຸມພາ, ອີຢູ ໄດ້ອອກຖະແຫຼງການໂດຍຮຽກຮ້ອງໃຫ້ຢຸດຕິບັນດາເຫດວາງລະເບີດ ແລະ ການບຸກໂຈມຕີທີ່ເຮັດໃຫ້ສາມັນຊົນເສຍຊີວິດຢູ່ທາງທິດຕາເວັນຕົກສ່ຽງເໜືອຊີຣີ. ທຸກຝ່າຍທີ່ເຂົ້າຮ່ວມການປະທະກັນຄວນອຳນວຍຄວາມສະດວກດ້ານມະນຸດສະທຳຕໍ່ຜູ້ທີ່ຕ້ອງການໜູນຊ່ວຍ ແລະ ເຄົາລົບບັນດາຫຼັກການ ແລະ ພັນທະຕາມກົດໝາຍວ່າດ້ວຍມະນຸດສະທຳສາກົນ, ລວມທັງການປົກປ້ອງສາມັນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ