(ພາບປະກອບຈາກ AFP/TTXVN)
|
(vovworld) – ວັນທີ 27/11, ກອງທັບ ຊີຣີ ຍາດໄດ້ສິດຄວບຄຸມຄືນບັນດາເຂດອ້ອມຂ້າງ Sakhour ແລະ ເມືອງ Jabal Badro ຂຶ້ນກັບພາກຕາເວັນອອກນະຄອນ Aleppo ທີ່ຖືກພວກທະຫານກະບົດຄວບຄຸມ. ດ້ວຍການຍາດເອົາສິດຄວບຄຸມ Sakhour ຄືນໃໝ່, ກອງທັບພ້ອມກັບກຳລັງສຳພັນທະມິດ ຊີຣີ ໄດ້ຕັດແຍກບັນດາເຂດທີ່ຖືກທະຫານກະບົດຄວບຄຸມຢູ່ພາກຕາເວັນອອກ Aleppo ຢ່າງສຳເລັດຜົນ, ຍ້ອນ Sakhour ນອນໃນລະຫວ່າງພາກເໜືອ ແລະ ພາກໃຕ້ຂອງຂົງເຂດພາກຕາເວັນອອກ Aleppo. ແລະກໍ່ໃນວັນດຽວກັນ, ວັນທີ 27/11, ກອງທັບ ຊີຣີ ໄດ້ໃຫ້ເຄື່ອນຍ້າຍສາມັນຊົນ 1.500 ຄົນ ອອກຈາກບັນດາສະຖານທີ່ຖືກທະຫານກະບົດຄວບຄຸມຢູ່ພາກຕາເວັນອອກນະຄອນ Aleppo ດ້ວຍຄວາມປອດໄພ. ກອງທັບ ຊີຣີ ຮຽກຮ້ອງໃຫ້ບັນດາມືປືນຢູ່ພາກຕາເວັນອອກ Aleppo ອະນຸຍາດໃຫ້ສາມັນຊົນຖອນອອກຈາກບ່ອນນີ້, ແຕ່ທະຫານກະບົດເມີນເສີຍຕໍ່ຄຳຮຽກຮ້ອງດັ່ງກ່າວ.