ກອງທັບປຊຊຫວຽດນາມ ເພີ່ມທະວີການຮ່ວມມື ກັບສາກົນດ້ານຮັບມື ກັບໄພທຳມະຊາດ

ກອງທັບປຊຊຫວຽດນາມ ເພີ່ມທະວີການຮ່ວມມື ກັບສາກົນດ້ານຮັບມື ກັບໄພທຳມະຊາດ - ảnh 1

(ພາບປະກອບ)

(vovworld)- ກຳລັງ​ເຂົ້າຮ່ວມ​ການ​ຊ້ອມ​ຮົບ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ຫາ​ກໍ່​ອອກ​ເດີນທາງ​ໄປ​ບຣູ​ໄນ ​ເຂົ້າຮ່ວມ​ການ​ຊ້ອມ​ຮົບ​ໜູນ​ຊ່ວຍ​ມະນຸດສະທຳ ​ແລະ ກູ້ຊ່ວຍ​ໄພພິບັດ ສົມທົບ​ກັບ​ເສນາ​ຮັກ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ​ອາ​ຊຽນ​ເປີດ​ກ້ວາງ (ADMM+). ຄາດ​ວ່າ, ການ​ຊ້ອມ​ຮົບ​ທາງ​ການຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 17-20/6 ຊື່​ງ​ແມ່ນ​ການ​ຊ້ອມ​ຮົບ​ຂະໜາດ​ໃຫ່ຍກ່ວາ​ໝູ່​ໃນ​ປະຫວັດສາດ​ອາ​ຊຽນ ​ແລະ ຖືກ​ຈັດ​ຂຶ້ນ​ເປັນຄັ້ງທຳ​ອິດ. ທ່ານ​ພັນ​ເອກ​ຟ້າ​ມວັນ​ຕິ, ຮອງ​ຫົວໜ້າ​ກົມ​ກູ້​ໄພ​ກູ້​ຊີບ, ກອງ​ເສນາ​ທິການ​ໃຫ່ຍກອງທັບ​ປະຊາຊົນ​ຫວຽດນາມ ​ໃຫ້​ຮູ້​ວ່າ:

  “ນອກຈາກ​ການ​ຊ້ອມ​ຮົບ, ພວກ​ເຮົາ​ຈະຕັ້ງໜ້າ​ເຂົ້າຮ່ວມ​ການ​ແລກປ່ຽນ​ກັບ​ຜູ້​ແທນ​ກອງທັບ​ປະ​ເທດ​ຕ່າ​ງໆ, ບົນ​ພື້ນຖານ​ນັ້ນ ພວກ​ເຮົ​າຈະ​ຖອດ​ຖອນ​ບົດຮຽນ​ໃນ​ການຈັດຕັ້ງ, ຊີ້​ນຳ, ບັນຊາ ​ແລະ ບໍລິຫານ​ດ້ວຍ​ບົດບາດ​ຂອງ​ກອງທັບ​ໃນ​ການ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ, ​ໄພພິບັດ, ການ​ກູ້​ໄພ​ກູ້​ຊີບ. ນອກຈາກ​ນັ້ນພວກ​ເຮົາ​ຍັງ​ຈະ​ແລກປ່ຽນ​ບັນດາ​ຂໍ້​ມູນ​ຂ່າວສານ, ບົດຮຽນ​ໃນ​ການ​ໜູນ​ຊ່ວຍ​ມະນຸດສະທຳ, ກູ້​ໄພ​ກູ້​ຊີບ, ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງຈາກ​ສົງຄາມ…​ພິ​ເສດ, ກອງທັບ​ພວກ​ເຮົາ​ມີ​ຄວາມ​ຮັບຜິດຊອບ​ໃນ​ກອງທັບ​ບັນດາ​ປະ​ເທດ​ອາ​ຊຽນ​ເປີດ​ກ້ວາງ ຊື່​ງລວມມີ 10 ປະ​ເທດ​ອາ​ຊຽນ ​ແລະ 8 ປະ​ເທດ​ອື່ນ​ຢູ່​ອາຊີ, ​ເອີ​ລົບ ​ແລະ ປະ​ເທດ​ຕ່າງໆ​ໃນ​ໂລກ”.

 

 

 

 

 

 

 

ຂ່າວ/ບົດ​ອື່ນ