ກອງທັບຟີລີບປິນດັບສູນ24ເປົ້າໝາຍກໍ່ການຮ້າຍຢູ່ພາກໃຕ້

ກອງທັບຟີລີບປິນດັບສູນ24ເປົ້າໝາຍກໍ່ການຮ້າຍຢູ່ພາກໃຕ້ - ảnh 1
(ພາບປະກອບ)

(vovworld) – ​    ວັນ​ທີ 01/03, ກອງທັບ ຟີ​ລີບ​ປິນ ​ໃຫ້​ຮູ້​ວ່າ: ​​ໃນ​ບັ້ນ​ຮົບທີ່ມີ​ຂອບ​ຂະໜາດ​ໃຫຍ່ ໄດ້​ດັບ​ສູນ 24 ​ເປົ້າ​ໝາຍຖືກ​ສົງ​ໄສ​ສະໜັບສະໜູນ “ລັດ​ອິກສະ​ລາມ” (IS) ອ້າງ​ຊື່​ເອງ ສາມາດ​ຄວບ​ຄຸມບໍລິ​ເວນ​ໄດ້ຮັບ​ຖື​​ເປັນ “ທີ່​ໝັ້ນ” ຂອງ​ມັນ​ຢູ່​ພາກ​ໃຕ້​ປະ​ເທດ​ນີ້ຄືນ​ໃໝ່. ​ໂຄສົກ​ກຳລັງ​ປະກອບ​ອາວຸດ  ຟີ​ລີບ​ປິນ, ທ່ານ​ພົນ​ວາທີ Restituto Padilla ​ໃຫ້​ຮູ້​ວ່າ: ພົນທະຫານ​ປະມານ 2.000 ຄົນ​ໄດ້​ເຂົ້າ​ຮ່ວມ​ບັ້ນ​ຮົບ​ ​ກວດ​ລ້າງ ທີ່ໄດ້​ແກ່ຍາວ​ເປັນ​ເວລາ​ຫລາຍ​ອາທິດ​ຢູ່​ເທດສະບານ​ເມືອງ Butig ຂຶ້ນ​ກັບ​ແຂວງ Lanao del Sur, ພ້ອມ​ທັງ ​ເນັ້ນ​ໜັກ​ວ່າ: ບັ້ນ​​ການ​ທະຫານ​ດັ່ງກ່າວ ​ໄດ້​ຮັບ​ການ​ໜູນ​ຫລັງ​ຈາກ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ ​ໄດ້​ຊ່ວຍສະກັດ​ກັ້ນ “ການ​ແຜ່​ຂະຫຍາຍ​ຂອງລັດທິ​ຫົວ​ຮຸນ​ແຮງ”.

ຂ່າວ/ບົດ​ອື່ນ