ກອງທັບຢູແກຼນເປີດບັ້ນຮົບບຸກໂຈມຕີຄັ້ງໃຫຍ່ຢູ່ທິດຕາເວັນອອກ

ກອງທັບຢູແກຼນເປີດບັ້ນຮົບບຸກໂຈມຕີຄັ້ງໃຫຍ່ຢູ່ທິດຕາເວັນອອກ - ảnh 1
ສຳນັກງານອຳນາດການປົກຄອງຂອງ Luhansk ພາຍຫຼັງເຫດລະເບີດ
(ພາບ:ສຳນັກຂ່າວສານຊິນຮວາ - TTXVN)

(vovworld) – ​ໃນ​ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ​ເມື່ອ​ວັນ​ທີ 3/6, ທ່ານ​ປະທານາທິບໍດີຊົ່ວຄາວ ຢູ​ແກຼນ Aleksander Turchinov ປະກາດ​ວ່າ: ກຳລັງ​ທະ​ຫານ​ຂອງ​ປະ​ເທດ​ນີ້​ພວມ​ດຳ​ເນີນ​ບັ້ນ​ຮົບ​ການ​ທະ​ຫານ​ພິ​ເສດ ​ເພື່ອ​ຕ້ານ​ບັນດາ​ຜູ້​​ແຫ່​ຂະ​ບວນປະ​ທ້ວງສະໜັບສະ​ໜູນ​ການ​ຫັນ​ ຢູ​ແກຼນ ເປັນ​ສະຫະລັດຢູ່​ທິດ​​ເໜືອ​ແຂວງ Donetsk ພາກຕາ​ເວັນ​ອອກ ຢູ​ແກຼນ. ການ​ເຄື່ອນ​ໄຫວ​ຂອງ​ບັນດາກົມກອງ​ທະຫານ ຢູ​ແກຼນ ​ໄດ້​ປະສົມຜົນສຳ​ເລັດ​ພໍ​ສົມຄວນ. ​ເມື່ອ​ເຮືອບິນ 4 ລຳ​ຂອງ​ກອງທັບ​ອາກາດ ຢູ​ແກຼນ ​ໄດ້​ບຸກ​ໂຈມ​ຕີ​ບ້ານ Semenovka, ​ໃກ້​ກັບ​ນະຄອນ Slavyansk,​ ​ແຂວງ Donetsk. ກຳລັງ​ທະຫານ ຢູ​ແກຼນ ກໍ່​ໄດ້​ສົ່ງ​​ເກືອບ 100 ກອງ​ທະຫານຮົບ​ມາ​ແຫ່ງ​ນີ້​ຄື: ລົດ​ຖັງ, ປືນ​ໃຫຍ່. ການ​ປະ​ທະ​ກັນ​ຢູ່ Slavyansk ​ເຮັດ​​ໃຫ້​ທະຫານ​ລາດ​ທ້ອງ​ຖີ່​ນ 2 ຄົນ​ເສຍຊີວິດ. ປະຈຸ​ບັນ, ກອງທັບ ຢູ​ແກຼນ ​ໄດ້​ອອກ​ຈາກ​ບ້ານ Semenovka ​ແລ້ວ.

ຂ່າວ/ບົດ​ອື່ນ