ນະຄອນ Aleppo
(ພາບ: AFP/TTXVN)
(vovworld) – ວັນທີ 28/4, ໜັງສືພິມສະໜັບສະໜູນອຳນາດການປົກຄອງ ຊີຣີ “Al Watan” ໄດ້ໃຫ້ຂ່າວວ່າ: ກອງທັບປະເທດນີ້ພວມກະກຽມປະຕິບັດການບຸກໂຈມຕີຄັ້ງໃຫຍ່ເພື່ອແນໃສ່ປົດປ່ອຍ Aleppo, ເຊິ່ງແມ່ນນະຄອນໃຫຍ່ອັນດັບ 2 ຂອງ ຊີຣີ ແລະ ບັນດາແຂວງອ້ອມຂ້າງຢ່າງສົມບູນ. ໜັງສືພິມດັ່ງກ່າວໄດ້ຊີ້ແຈ້ງວ່ານີ້ແມ່ນຈຸດເວລາເໝາະສົມເພື່ອປຸກລະດົມການບຸກໂຈມຕີແນໃສ່ປົດປ່ອຍ Aleppo ຢ່າງສົມບູນ. ກອງທັບລັດຖະບານພວມກະກຽມບັ້ນຮົບທີ່ມີຂອບຂະໜາດໃຫຍ່ໃນຊຸມວັນຈະມາເຖິງເພື່ອແນໃສ່ບຸກຕີທະຫານກະບົດໃຫ້ຖອນອອກຈາກນະຄອນດ້ວຍວິທີປິດລ້ອມເຂດນີ້ ແລະ ສ້າງຕັ້ງເຂດປອດໄພ. ກ່ອນໜ້ານັ້ນ, ວັນທີ 10/4, ທ່ານ Wael Al Halqi, ນາຍົກລັດຖະມົນຕີ ຊີຣີ ປະກາດວ່າ ທະຫານລັດຖະບານ ພວມກະກຽມໃຫ້ບັ້ນຮົບປົດປ່ອຍ Aleppo ແລະ ປິດລ້ອມບັນດາກຸ່ມປະກອບອາວຸດຢ່າງຜິດກົດໝາຍທີ່ບໍ່ເຂົ້າຮ່ວມ ຫຼື ໄດ້ທຳລາຍຂໍ້ຕົກລົງຢຸດຍິງ.