(ພາບປະກອບ: AFP/TTXVN)
(vovworld) – ວັນທີ 15/04, ກອງທັບອີຣັກ ໄດ້ເປີດບັ້ນຮົບທີ່ມີຂອບຂະໜາດໃຫຍ່ ເພື່ອຢືດເອົາບັນດາເຂດຢູ່ທາງທິດເໜືອນະຄອນ Tikrit, ເມືອງເອກຂອງແຂວງ Salagudin ຈາກກຸ່ມ “ລັດອິດສະລາມ” (IS) ອ້າງຊື່ເອງ. ຕາມຜູ້ບັນຊາການບັ້ນຮົບດັ່ງກ່າວ Abdul Wahab al Saedi ແລ້ວ, ພົນທະຫານ ພ້ອມກັບກຸ່ມປະກອບອາວຸດ Shi’ite ແລະ Sunni, ດ້ວຍການໜູນຊ່ວຍຂອງກອງທັບປະສົມໂດຍອາເມລິກາ ນຳໜ້າ ແລະ ບັນດາເຮືອບິນສູ້ຮົບອີຣັກ ໄດ້ບຸກໂຈມຕີເຂດໂຮງງານກັນນ້ຳມັນ Baiji ແຫ່ງໃຫຍ່ກວ່າໝູ່ຢູ່ປະເທດນີ້, ຫ່າງຈາກ ແບກແດດ ໄປທາງທິດເໜືອ 200 ກ.ມ, ກໍ່ຄືເສັ້ນທາງລຳລຽງຈາກ Shirqat ແລະ Mosul, ບັນດານະຄອນເຊິ່ງພວກກະບົດຍືດຄອງ. ໃນຂະນະນັ້ນ, ການປະທະກັນຍັງສືບຕໍ່ເກີດຂຶ້ນລະຫວ່າງກຳລັງປ້ອງກັນຄວາມສະຫງົບ ແລະ IS ຢູ່ Baiji, ພາຍຫຼັງບັນດາມືປືນບຸກໂຈມຕີ ແລະ ເຂົ້າໂຮງງານນີ້.