ກອງທັບອີຣັກຍາດເອົາສິດຄວມຄຸມກຸ່ມກັນນ້ຳມັນໃຫຍ່ກ່ວາໝູ່ຂອງປະເທດຄືນໃໝ່

ກອງທັບອີຣັກຍາດເອົາສິດຄວມຄຸມກຸ່ມກັນນ້ຳມັນໃຫຍ່ກ່ວາໝູ່ຂອງປະເທດຄືນໃໝ່ - ảnh 1
ທະຫານອີຣັກຢູ່ ໂຮງງານ Baiji
(ພາບ: 24h.com)


(vovworld) – ​ວັນ​ທີ 19/6, ບັນດາ​ກຳລັງ​ລັດຖະບານ ​ໄດ້​ຍາດ​ເອົາ​ສິດ​ຄວບຄຸມຄືນ​ໃໝ່​ສຳລັບກຸ່ມກັນ​ນ້ຳມັນ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ປະ​ເທດ​ນີ້​ຢູ່​ນະຄອນ Baiji ຂຶ້ນ​ກັບ​​ແຂວງ Salahudin, ທາງ​ທິດ​ເໜືອ​ນະຄອນຫຼວງ​ແບ​ດ​​ແດດ, ພາຍຫຼັງ​ການ​ປະ​ທະ​ກັນ​ທີ່​ດຸ​ເດືອດ​ກັບ​ພວກ​ທະຫານ​ກະບົ​ດຊາວ​ຊັນ​ນີ. ມື​ປືນ​ປະມານ 40 ຄົນ​ຖືກ​ດັບ​ສູນ.

    Baiji ​ແມ່ນ​ໂຮງງານ​ກັນ​ນ້ຳມັນ​ໃຫຍ່​ອັນ​ດັບ​ໜຶ່ງ​ຢູ່ ອີຣັກ ດ້ວຍ​ຄວາມ​ສາມາດ​ສະໜອງ​ 50% ປະລິມານ​ການ​ຜະລິດນ້ຳມັນ​ສົ່ງ​ອອກ​ຂອງ​ປະ​ເທດນີ້.

    ​ໃນ​ຂະນະ​ນັ້ນ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ​ເນັ້ນ​ໜັກ​ວ່າ: ວໍ​ຊິງ​ຕັນ ພວມ​ຊອກ​ຫາ​ວິທີ​ຊ່ວຍ​ເຫຼືອ​ປະຊາຊົນ ອີຣັກ ທັງ​ໝົດ ຫາກ​ບໍ່​ສະ​ເພາະ​ແຕ່​ທ່ານ​ນາຍົກລັດຖະມົນຕີ Nuri al – Maliki. ສ່ວນ​ກະຊວງ​ການ​ຕ່າງ​ປະ​ເທດ​ ຈີນ ໄດ້​ຖະ​ແຫຼ​ງ​ໃນ​ວັນ​ທີ 19/6 ​ໂດຍສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ກ່ຽວ​ກັບ​ສະພາບ​ຄວາມ​ສະຫງົບ​ຢູ່ ອີຣັກ, ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ໜູນ​ຊ່ວຍ​ກິດຈະ​ການ​ສ້າງ​ສາ ອີຣັກ ຄືນ​ໃໝ່ ​ແລະ ບັນດາ​ຄວາມ​ມານະ​ພະຍາຍາມ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ. ກໍ່​ໃນ​ວັນ​ດຽວ​ກັນ, ສະຫະພາບ​ເອີ​ລົບ ​ໃຫ້​ຮູ້​ວ່າ ຈະ​ໜູນ​ຊ່ວຍ​​ເງິນຈຳນວນ 5 ລ້ານ ​ເອີ​ໂຣ ​ເພື່ອຊ່ວຍ​ປະຊາຊົນ ອີຣັກ ນັບ​ພັນ​ຄົນ​​ມີ​ເຮືອ​ນຊານ​ຖືກ​ເປ​ເພ​ພາຍຫຼັງ​ການ​ບຸກ​ໂຈມ​ຕີ​ຂອງພວກ​ທະຫານ​ກະບົດ.


ຂ່າວ/ບົດ​ອື່ນ