ກອງທັບອາກາດລັດເຊຍຍິງທຳລາຍບັນດາເປົ້າໝາຍຂອງISຢູ່ຊີຣີ
(ພາບປະກອບ: VOV, Bộ Quốc phòng Nga)
(vovworld) – ວັນທີ 11/10, ກະຊວງປ້ອງກັນປະເທດລັດເຊຍ ໃຫ້ຮູ້ວ່າ, ບັນດາເຮືອບິນສູ້ຮົບຂອງລັດເຊຍ ໄດ້ບຸກໂຈມຕີທາງອາກາດໃສ່ 63 ເປົ້າໝາຍຂອງກຸ່ມລັດສິດສລາມ IS ອ້າງຊື່ເອງ ຢູ່ຊີຣີ, ຕາມນັ້ນແລ້ວ, ເຮືອບິນໄດ້ຍິງທຳລາຍສະຖານທີ່ 53 ແຫ່ງຂອງ IS ພວມເຄື່ອນໄຫວຢູ່, ພ້ອມກັບສຳນັກງານບັນຊາແຫ່ງໜຶ່ງ, ຄ້າຍຝຶກຊ້ອມ 4 ແຫ່ງ ແລະ ສາງລູກປືນ 7 ແຫ່ງ.
ລັດເຊຍຢືນຢັນວ່າ, ບັ້ນຮົບບຸກໂຈມຕີທາງອາກາດຢ່າງລຽນຕິດຂອງປະເທດນີ້ຢູ່ຊີຣີ ພວມເຮັດໃຫ້ພວກກະບົດ IS ນັບມື້ນັບຕົກສະທ້ານຢ້ານກົວ. ກະຊວງປ້ອງກັນປະເທດລັດເຊຍ ເນັ້ນໜັກວ່າ, IS ພວມຄ່ອຍໆອ່ອນເພຍລົງ, ເຮັດໃຫ້ບັນດາມືປືນຕ້ອງປະລະສະຖານທີ່ສູ້ຮົບ, ຖອນກຳລັງໄປທາງທິດຕາເວັນອອກ ແລະ ທິດຕາເວັນອອກສ່ຽງເໜືອຊີຣີ.