ກອງທັບເຮືອຫວຽດນາມ ແລະ ກຳປູເຈຍ ເພີ່ມທະວີການພົວພັນຮ່ວມມື
ພິທີເປີດສະຫຼອງສຳນັກງານກອງບັນຊາການແນວໜ້າກອງທັບເຮືອກຳປູເຈຍ
(ພາບ:vietnamplus.vn)
( vovworld ) – ວັນທີ 5/7, ຢູ່ແຂວງ Kampong Speu ປະເທດກຳປູເຈຍ, ກະຊວງປ້ອງກັນປະເທດກຳປູເຈຍ ໄດ້ຈັດພິທີສະຫຼອງສຳນັກງານກອງບັນຊາການແນວໜ້າກອງທັບເຮືອກຳປູເຈຍ ຊື່ງແມ່ນກິດຈະກຳມິດຕະພາບ ໂດຍກອງບັນຊາການກອງທັບເຮືອຫວຽດນາມ ມອບໃຫ້. ຄະນະຜູ້ແທນຂັ້ນສູງກອງບັນຊາການກອງທັບເຮືອຫວຽດນາມ ໂດຍພົນເຮືອເອກ Nguyen Van Hien, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດຫວຽດນາມ ນຳໜ້າ ໄດ້ເຂົ້າຮ່ວມພິທີ. ສຳນັກງານກອງບັນຊາການແນວໜ້າກອງທັບເຮືອກຳປູເຈຍ ໂດຍກອງທັບເຮືອກຫວຽດນາມ ມອບໃຫ້ມີມູນຄ່າກ່ວາ 1,1 ລ້ານ USD ດ້ວຍຫ້ອງປະຊຸມ ແລະ ຫ້ອງເຮັດວຽກກ່ວາ 40 ຫ້ອງ ຊື່ງໄດ້ປະກອບເຄື່ອງອຸປະກອນຕິດຕໍ່ສື່ສານຢ່າງຄົບຖ້ວນ. ທີ່ພິທີ, ທ່ານພົນເຮືອເອກ Nguyen Van Hien ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດກຳປູເຈຍ Tia Banh ພ້ອມກັນເຫັນດີເປັນເອກະສັນ ໂດຍຕີລາຄາວ່າ: ກິດຈະກຳມິດຕະພາບສຳນັກງານກອງບັນຊາການແນວໜ້າກອງທັບເຮືອກຳປູເຈຍ ໂດຍກອງບັນຊາການກອງທັບເຮືອຫວຽດນາມ ມອບໃຫ້ ແມ່ນໝາກຜົນຕົວຈິງ ສະແດງໃຫ້ເຫັນມູນເຊື້ອສາມັກຄີ ແລະ ການຮ່ວມມືອັນດີງາມໃນບັນດາຂົງເຂດລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດຫວຽດນາມ-ກຳປູເຈຍ ຊື່ງໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ.