ເກາະ ຮ່ອນຈວຍ
ພາບ:sotaydulich.vn
|
(vovworld) - ວັນທີ 24/1, ຄະນະປະຕິບັດງານຂອງກອງບັນຊາການທະຫານເຮືອເຂດ 5 ຫວຽດນາມ ພ້ອມກັບຜູ້ຕາງຫນ້າແຂວງ, ນະຄອນ ຈຳນວນຫນຶ່ງ ຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໄດ້ລົງຢ້ຽມຢາມ ແລະ ອວຍພອນປີໃຫມ່ພະນັກງານ, ນັກຮົບເກາະ ຮ່ອນຈວຍ ຂຶ້ນກັບເທດສະບານ ຊົງດົກ ເມືອງເຈີນວັນເທີ່ຍ ແຂວງ ກາເມົາ ຫ່າງຈາກດິນຕໍ່ແຜ່ນປະມານ 35 ກິໂລແມັດ. ເກາະແຫ່ງນີ້ມີເນື້ອທີ່ດິນກວ່າ 1,4 ຕາລາງກິໂລແມັດ ແລະ ແມ່ນບ່ອນດຳລົງຊີວິດຂອງ 33 ຄອບຄົວ. ທ່ານ ເລວັນເຟືອງ, ຫົວຫນ້າກຸ່ມຊຸມຊົນເລກ 1, ເກາະ ຮ່ອນຈວຍ ໃຫ້ຮູ້ວ່າ:
“ປີໃດພວກຂ້າພະເຈົ້າກໍໄດ້ຮັບການສະຫນັບສະຫນູນ, ເບີ່ງແຍງດູແລທາງດ້ານວັດຖຸ ແລະ ຈິດໃຈຈາກຄະນະກຳມະການປະຊາຊົນແຂວງ ແລະ ບັນດາໝູ່ມະຫາຊົນ. ແຕ່ລະເທື່ອ ເມືອມີຄະນະມາຢ້ຽມຢາມ, ພວກຂ້າພະເຈົ້າຮູ້ສຶກດີໃຈຫລາຍ ເພາະວ່າ ການດຳລົງຊີວິດຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ ຍັງຂາດເຂີນຫລາຍ.”