ກອງປະຊຸມ AMM 52: ຖະແຫລງການຮ່ວມຢັ້ງຢືນຄວາມສຳຄັນຂອງເລື່ອງຮັກສາ ແລະ ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບ ຢູ່ ທະເລຕາເວັນອອກ

(VOVWORLD) -ຕອນຄ່ຳວັນທີ 31 ກໍລະກົດ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 52 (AMM – 52) ຢູ່ ບາງກອກ ປະເທດໄທ ໄດ້ອອກຖະແຫລງການຮ່ວມ ເຕື້ອງເຖິງຫລາຍເນື້ອໃນ. 

ໃນ. ຖະແຫລງການຮ່ວມໄດ້ຢືນຢັນຄຳໝັ້ນສັນຍາຂອງບັນດາປະເທດປະຕິບັດວິໄສທັດປະຊາຄົມອາຊຽນປີ 2025 ຢ່າງຄົບຖ້ວນ, ເນັ້ນຫນັກເຖິງຄວາມສຳຄັນຂອງເລື່ອງຮັກສານ້ຳໃຈສາມັກຄີໃນບັນດາຄວາມມານະພະຍາຍາມສ້າງປະຊາຄົມ, ມານະພະຍາຍາມສະກັດກັ້ນ ແລະ ຕໍ່ສູ້ຕ້ານລັດທິກໍ່ການຮ້າຍ, ລັດທິຫົວຮຸນແຮງ ການໃຊ້ຄວາມຮຸນແຮງ ແລະ ຢືນຢັນຄືນ ການຊຸກຍູ້ຄວາມໝັ້ນຄົງແບບຍືນຍົງໃນພາກພື້ນ

ກອງປະຊຸມ AMM 52: ຖະແຫລງການຮ່ວມຢັ້ງຢືນຄວາມສຳຄັນຂອງເລື່ອງຮັກສາ ແລະ ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບ ຢູ່ ທະເລຕາເວັນອອກ - ảnh 1 ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ AMM – 52

ພາບ:vietnam+

ຜ່ານການປັບປຸງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ຄວາມເຊື່ອໝັ້ນເຊິ່ງກັນ ແລະກັນ ລະຫວ່າງບັນດາປະເທດ ອາຊຽນ ແລະ ບັນດາປະເທດໃນພາກພື້ນ ອາຊີ - ປາຊີຟິກ.

ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ຖະແຫລງການຮ່ວມຊີ້ແຈ້ງ: “ຄວາມສຳຄັນຂອງເລື່ອງຮັກສາ ແລະ ຊຸກຍູ້ສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ ຢູ່ ທະເລຕາເວັນອອກ ແລະ ຮັບຮູ້ບັນດາຜົນປະໂຫຍດຂອງເລື່ອງທະເລຕາເວັນອອກ ແມ່ນເຂດທະເລສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. ຄວາມສຳຄັນຂອງການປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ.” ໃນຖະແຫລງການຮ່ວມ, ບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ ຊົມເຊີຍ ເລື່ອງສືບຕໍ່ປັບປຸງການພົວພັນລະຫວ່າງ ອາຊຽນ ແລະ ຈີນ ແລະ ຢັ້ງຢືນຄວາມສຳຄັນຂອງເລື່ອງຖືກົດໝາຍສາກົນເປັນສຳຄັນ, ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລປີ 1982.

ຖະແຫລງການຢືນຢັນ: ບັນດາທ່ານລັດຖະມົນຕີ ໄດ້ປຶກສາຫາລືກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ໃນນັ້ນ ມີບາງທ່ານສະແດງຄວາມວິຕົກກັງວົນຕໍ່ເຫດຕ່າງໆທີ່ເກີດຂຶ້ນຢູ່ທະເລຕາເວັນອອກ ອາດຈະທຳລາຍສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ