ກອງປະຊຸມ APTA ຄັ້ງທີ 20


ກອງປະຊຸມ APTA ຄັ້ງທີ 20 - ảnh 1
(ພາບ:hochiminhcity.gov.vn)

(vovworld)- “ນະ​ໂຍ​ບາຍ​ການ​ທ່ອງ​ທ່ຽວ​ໃຫ້​ແກ່​ການ​ພັດ​ທະ​ນາ​ອະ​ນາ​ຄົດ​ຢູ່​ອາ​ຊີ-ປາຊີ​ຟິກ” ແມ່ນ​ຫົວ​ເລື່ອງ​ຂອງກອງ​ປະ​ຊຸມ​ໂດຍ​ສະ​ຫະ​ສະ​ມາ​ຄົມ​ການ​ທ່ອງ​ທ່ຽວ ອາ​ຊີ-ປາຊີ​ຟິກ ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ ປ​ຊ​ຊ ນະ​ຄອນ​ໂຮ່​ຈິ​ມິນ ​ຈັດ​ຕັ້ງ​ຂຶ້ນ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 2/7 ຢູ່​ນະ​ຄອນ​ໂຮ່​ຈິ​ມິນ. ກອງ​ປະ​ຊຸມ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ນັກ​ຄຸ້ມ​ຄອງ​, ນັກ​ຄົ້ນ​ຄ້​ວາໃນ​ຂົງ​ເຂດ​ການ​ທ່ອງ​ທ່ຽວ​ຂອງ 17 ປະ​ເທດ​ໃນ​ພາກ​ພື້ນ ອາ​ຊີ-ປາຊີ​ຟິກ. ທ່ານ​ລ້າ​ກວກ​ແຄງ ຫົວ​ໜ້າ​ພະ​ແນກວັດ​ທະ​ນະ​ທ-ກິ​ລາ-ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈິ​ມິນ ຕີ​ລາ​ຄາ​ວ່າ:

  “ກອງ​ປະ​ຊຸມ​ສາ​ກົນ APTA ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ສະ​ແດງ​ໃຫ້​ເຫັນ​ເຈດ​ຕະ​ນາ​ດີ​ກ່ຽວ​ກັບ​ການ​ຮ່ວມ​ມື​ສາ​ກົນ. ພິ​ເສດ​ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ມີ​ລັກ​ສະ​ນະ​ຄົ້ນ​ຄ້​ວາ, ກຳ​ນົດ​ທິດ, ໂດຍມີ​ການ​ເຂົ້າ​ຮ່ວມ​ຂອງ 17 ປະ​ເທດ. ນີ້​ແມ່ນ​ເຫດ​ການ​ສຳ​ຄັນ​ທີ່​ສຸດ ແລະ ກໍ່​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ນະ​ຄອນ”./.

ຂ່າວ/ບົດ​ອື່ນ