ກອງປະຊຸມ ASEM ພ້ອມກັນມີການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃກ້ຈະດຳເນີນຢູ່ເກີນເທີ

(VOVWORLD) -ໃນລະຫວ່າງວັນທີ 18 – 20 ມິຖຸນາ, ຢູ່ເກີນເທີ, ກະຊວງການຕ່າງປະເທດຫວຽດນາມ ໄດ້ສົມທົບກັບກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ກະຊວງແຜນການ ແລະ ການລົງທຶນ, ຄະນະກຳມະການປະຊາຊົນນະຄອນເກີນເທີ ຈັດກອງປະຊຸມ ASEM ກ່ຽວກັບພ້ອມກັບມີການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອແນໃສ່ບັນລຸໄດ້ບັນດາຄາດໝາຍພັດທະນາແບບຍືນຍົງ, ກຳນົດທິດໃຫ້ແກ່ອະນາຄົດ.
ກອງປະຊຸມ ASEM ພ້ອມກັນມີການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃກ້ຈະດຳເນີນຢູ່ເກີນເທີ - ảnh 1 (ພາບປະກອບ: TTXVN)

ສຳລັບຫວຽດນາມ, ນີ້ແມ່ນໜຶ່ງໃນບັນດາກອງປະຊຸມລະຫວ່າງພາກພື້ນມີຄວາມສຳຄັນທີ່ສຸດ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ແມ່ນກອງປະຊຸມໜຶ່ງດຽວຂອງ ASEM ເຊິ່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງໃນປີ 2018. ກອງປະຊຸມບໍ່ພຽງແຕ່ສະແດງໃຫ້ເຫັນການປະກອບສ່ວນຂອງຫວຽດນາມ ໃຫ້ແກ່ຄວາມມານະພະຍາຍາມຂອງ ASEM ແລະ ທົ່ວໂລກເທົ່ານັ້ນ, ຫາກຍັງພ້ອມກັນສ້າງເງື່ອນໄຂເພື່ອໃຫ້ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ຍາດແຍ່ງເອົາການສະໜັບສະໜູນ ແລະ ຮ່ວມມື, ການໜູນຊ່ວຍຂອງບັນດາຄູ່ຮ່ວມມືອາຊີ - ເອີລົບ, ຜັນຂະຫຍາຍມະຕິຂອງລັດຖະບານກ່ຽວກັບການພັດທະນາເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດຢ່າງແທດຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ