ກອງປະຊຸມ “ສິດອຳນາດສູງສຸດ” Bilderberg ຢູ່ສະວິດ

(VOVWORLD) -ໃນລະຫວ່າງວັນທີ 30 ພຶດສະພາ - 02 ມິຖຸນາ, ຢູ່ນະຄອນ Montreux, ທາງທິດຕາເວັນຕົກສະວິດ, ຈະແມ່ນແຫ່ງດຳເນີນກອງປະຊຸມ “ສິດອຳນາດສູງສຸດ” Bilderberg ຄັ້ງທີ 67.

ນີ້ແມ່ນກອງປະຊຸມທີ່ມີຊື່ສຽງແມ່ນມີຄວາມ “ປິດລັບ” ທີ່ສຸດໃນໂລກ, ດ້ວຍຜູ້ທີ່ມີຜົນສະທ້ອນທາງດ້ານເສດຖະກິດ, ການເມືອງກວ່າ 100 ຄົນພົບປະກັນໃນບັນດາຫ້ອງປະຊຸມລັບ ດ້ວຍບັນດາການປຶກສາຫາລືບໍ່ເປັນທາງການ.

        ກອງປະຊຸມ Bilderberg ຄັ້ງທຳອິດດຳໄດ້ເນີນເມື່ອປີ 1954, ດ້ວຍຈຸດປະສົງຊຸກຍູ້ບັນດາການພົວພັນລະຫວ່າງເອີລົບ ແລະ ອາເມລິກາເໜືອ. ແຂກຖືກເຊີນຂອງກອງປະຊຸມ Bilderberg ປີນີ້ແມ່ນປະມຸກລັດບັນດາປະເທດ, ລັດຖະມົນຕີ, ການນຳທະນາຄານ, ນັກຮຽນຮູ້… ທີ່ໄດ້ເຕົ້າໂຮມກັນຢູ່ໂຮງແຮມ Montreux Palace, ສະຖານທີ່ໄດ້ຮັບການປ້ອງກັນຢ່າງເຄັ່ງຄັດ.

        ຄະນະຈັດຕັ້ງມີການຄາດຄະເນວ່າ ຈະມີ 11 ຫົວຂໍ້ໄດ້ນຳມາປຶກສາຫາລືໃນປີນີ້ ລວມມີ ອະນາຄົດຂອງເອີລົບ, Brexit, ການປ່ຽນແປງຂອງດິນຟ້າອາກາດ, ບັນຫາຄຸນສົມບັດໃນພູມປັນຍາທຽມ, ຈີນ…

ຕອບກັບ

ຂ່າວ/ບົດ​ອື່ນ