(vovworld) – ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 46 (AMM 46), ວັນທີ 30/6, ຢູ່ ບຣູໄນ, ໄດ້ດຳເນີນກອງປະຊຸມສຳຄັນຕ່າງໆແມ່ນ ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ +3, ອາຊຽນ +1 ກັບ ຈີນ ແລະ ຍີ່ປຸ່ນ. ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ + 3 (ກັບ ຈີນ, ຍີ່ປຸ່ນ, ສ ເກົາຫຼີ). ບັນດາລັດຖະມົນຕີເຫັນດີເປັນເອກະພາບຊຸກຍູ້ງານຜັນຂະຫຍາຍຖະແຫຼງການພົວພັນຄູ່ຮ່ວມມື ອາຊຽນ + 3 ກ່ຽວກັບການເຊື່ອມຕໍ່, ແຜນງານຜັນຂະຫຍາຍວິວັດການໃໝ່ກ່ຽວກັບຂໍ້ລິເລີ່ມຕະຫຼາດພັນທະບັດ ອາຊີ ແລະ ຂໍ້ລິເລີ່ມພັດທະນາພັນທະບັດການເງິນໂຄງລ່າງ, ຍູ້ແຮງວິວັດການເຈລະຈາສັນຍາຄູ່ຮ່ວມມືເສດຖະກິດທົ່ວພາກພື້ນ (RCEP).
ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ +1 ກັບ ຈີນ. 2 ຝ່າຍເນັ້ນໜັກ ອາຊຽນ ແລະ ຈີນ ຄວນສືບຕໍ່ປະຕິບັດບັນດາຄຳໝັ້ນສັນຍາທີ່ຍົກອອກໃນຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ແລະ ຖະແຫຼງການຂັ້ນສູງ ອາຊຽນ - ຈີນ ສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ DOC, ເພື່ອແນໃສ່ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ຢູ່ທະເລຕາເວັນອອກ, ຍູ້ແຮງການທາບທາມຄວາມເຫັນເພື່ອມຸ່ງໄປເຖິງການສ້າງປະມວນຫຼັກການກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC).
ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ຍີ່ປຸ່ນ, 2 ຝ່າຍໃຫ້ຄຳໝັ້ນສັນຍາເພີ່ມທະວີຄວາມມານະພະຍາຍາມສ້າງສຳເລັດສັນຍາການຄ້າ ການບໍລິການ ແລະ ການລົງທຶນ, ສ້າງປະຖົມປັດໄຈໃຫ້ແກ່ການສ້າງຄູ່ຮ່ວມມືເສດຖະກິດຮອບດ້ານ ອາຊຽນ - ຍີ່ປຸ່ນ. ອາຊຽນ ຕີລາຄາສູງເລື່ອງ ຍີ່ປຸ່ນ ສະໜັບສະໜູນ ອາຊຽນ ຜັນຂະຫຍາຍແຜນການສັງລວມກ່ຽວກັບການເຊື່ອມຕໍ່ ອາຊຽນ ແລະ ຂໍ້ລິເລີ່ມເຊື່ອມຕໍ່ ອາຊຽນ, ຕໍ່ກຳນົດເວລາໃຫ້ກອງທຶນເຊື່ອມຕໍ່ອາຊຽນ - ຍີ່ປຸ່ນ (JAIF) ຮອດວັນທີ 31/12/2013.