ກອງປະຊຸມADMM8:ເປັນຈິດຫນຶ່ງໃຈດຽວ ເພື່ອສັນຕິພາບແລະຄວາມໝັ້ນຄົງຂອງພາກພື້ນ

ກອງປະຊຸມADMM8:ເປັນຈິດຫນຶ່ງໃຈດຽວ     ເພື່ອສັນຕິພາບແລະຄວາມໝັ້ນຄົງຂອງພາກພື້ນ - ảnh 1
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ ກອງປະຊຸມADMM-8
ພາບ:TTXVN


(vovworld)- ວັນ​ທີ 20/5, ບັນດາ​ຫົວຫນ້າຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ຄັ້ງ​ທີ 8 ຢູ່ ນະຄອນຫລວງ Nay Pyi Taw ຂອງ​ມຽນມາ ​ໄດ້​ຮັບຮ​ອງ​ເອົາ​​ແຜນການປະຕິບັດ​ງານ​ໄລຍະ 3 ປີ(2014-2016)ແລະອອກ​ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ“ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ ​ເພື່ອ​ປະຊາ​ຄົມ ​ແລະ ວັດທະນາ​ຖາວອນ”. ຖະ​ແຫລ​ງການ​ຮ່ວມ​ຊີ້​ແຈງ​ວ່າ: ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ສະຫນັບສະຫນູນ​ບັນດາ​ໝາກຜົນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 24 ​ແລະ ຖະ​ແຫລ​ງກາ​ນຮ່ວມ Nay Pyi Taw ກ່ຽວ​ກັບ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015, ​ໃນ​ນັ້ນ ຮຽກຮ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຮັບປະກັນ​ການ​ປະຕິບັດ​ຖະ​ແຫລ​ງການກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ​ເຄົາລົບ​ບັນດາ​ຫລັກການ​​ໃນ​ກົດໝາຍ​ສາກົນ ​ແລະ ສົນທິສັນຍາ ສປຊ ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982. ທີ່​ກອງ​ປະຊຸມ​, ຫົວຫນ້າຄະນະ​ຜູ້​ແທນ​ບັນດາ​ປະ​ເທດ​ ອາ​ຊຽນ ​ໄດ້​ຢືນຢັນ​ຄືນ​ຄຳ​ໝັ້ນ​ສັນຍາ​ຂອງ​ອາ​ຊຽນ ​ໃນ​ການ​ປັບປຸງ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ ​ເພື່ອມຸ່ງ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015.

 

ຕອບກັບ

ຂ່າວ/ບົດ​ອື່ນ