ກອງປະຊຸມADMM9ອອກຖະແຫຼງການຮ່ວມ
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ADMM 9
(ພາບ: Kim Dung-TTXVN)
|
(vovworld) – ຕອນບ່າຍວັນທີ 16/3, ເມື່ອສິ້ນສຸດກອງປະຊມລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ອາຊຽນ ຄັ້ງທີ 9 (ADMM - 9) ຢູ່ Kuala Lumpur, ບັນດາລັດຖະມົນຕີວ່າການ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງ ADMM ກ່ຽວກັບການເພີ່ມທະວີການຮ່ວມມືປ້ອງກັນປະເທດໃນບັນດາປະເທດ ອາຊຽນ ແລະ ກັບ ADMM ເປີດກ້ວາງ (ADMM+), ປະກອບສ່ວນເຂົ້າໃນການສ້າງປະຊາຄົມ ອາຊຽນ ໃຫ້ປະກົດຜົນເປັນຈິງ ໃນທ້າຍປີ 2015. ບັນດາ ລັດຖະມົນຕີວ່າການເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືໃນດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບເໝາະສົມກັບກົດໝາຍພາຍໃນປະເທດ ແລະ ສາກົນ, ຜ່ານການແບ່ງປັນຂໍ້ມູນຂ່າວສານ, ເພີ່ມທະວີການຕິດຕາມກວດກາ ແລະ ຍົກສູງສະຕິຂອງປະຊາຊົນກ່ຽວກັບບັນດາໄພນາບຂູ່ດັ່ງກ່າວ. ກ່ຽວຂ້ອງເຖິງການໜູນຊ່ວຍມະນຸດສຳທຳ ແລະ ກູ້ໄພກູ້ຊີບ, ບັນດາ ລັດຖະມົນຕີວ່າການ ຢືນຢັນວ່າການເຄື່ອນໄຫວເຫຼົ່ານີ້ຕ້ອງໄດ້ຮັບການປະຕິບັດເໝາະສົມກັບຫຼັກການຂອງ ອາຊຽນ ກ່ຽວກັບການເຄົາລົບ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດໄດ້ຮັບການຊ່ວຍເຫຼືອ. ບັນດາ ລັດຖະມົນຕີວ່າການ ຢັງຢືນຄືນໃໝ່ຄຳໝັ້ນສັນຍາຂອງບັນດາປະເທດ ສະມາຊິກ ອາຊຽນ ກ່ຽວກັບການປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC), ຫຼັກການ 6 ຂໍ້ຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ຖະແຫຼງການຮ່ວມກອງປະຊຸມຂັ້ນສູງ ອາຊຽນ - ຈີນ ຄັ້ງທີ 15 ສະເຫຼີມສະຫຼອງ 10 ປີແຫ່ງວັນ DOC ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ກຽມພ້ອມມຸ່ງໄປເຖິງປະມວນຂໍ້ກຳນົດກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (COC).