ກອງປະຊຸມAIPA37 ອັດລົງຢູ່ມຽນມາ-ບັນດາມະຕິທີ່ຫວຽດນາມສະເໜີໄດ້ຮັບການຮັບຮອງເອົາ
ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ເຂົ້າຮ່ວມ AIPA 37
(ພາບ: ສຳນັກຂ່າວສານຫວຽດນາມ)
|
(vovworld) – ວັນທີ 2/10, ກອງປະຊຸມສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ (AIPA -37) ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 2 ແລະ ດຳເນີນພິທີອັດຢູ່ Nay Pyi Taw, ປະເທດ ມຽນມາ. ທີ່ກອງປະຊຸມທົ່ວຄະນະຄັ້ງທີ 2, ກອງປະຊຸມ AIPA -37 ໄດ້ຮັບຟັງບົດລາຍງານຂອງກຳມາທິການສະມາຊິກສະພາແຫ່ງຊາດຍິງ, ກຳມາທິການບັນດາບັນຫາການເມືອງ, ກຳມາທິການບັນດາບັນຫາການຈັດຕັ້ງ, ກຳມາທິການບັນດາບັນຫາເສດຖະກິດ, ກຳມາທິການບັນດາບັນຫາສັງຄົມ ແລະ ກຳມາທິການບັນດາຖະແຫຼງການຮ່ວມ, ພ້ອມທັງຮັບຮອງເອົາບັນດາບົດລາຍງານທີ່ໄດ້ປຶກສາຫາລືຢູ່ບັນດາກຳມາທິການ. ທີ່ກອງປະຊຸມສະມັດຊາ AIPA -37, ຫວຽດນາມ ໄດ້ສະເໜີ ແລະ ຍື່ນສະເໜີມະຕິ 3 ສະບັບ. ທັງ 3 ມະຕິໄດ້ຮັບການຊົມເຊີຍ, ສະໜັບສະໜູນຢ່າງສູງຈາກສະມາຊິກ AIPA ແລະ ໄດ້ຮັບການຮັບຮອງເອົາທີ່ ກອງປະຊຸມ AIPA -37. ສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ສະເໜີ ແລະ ກອງປະຊຸມ AIPA -37 ກໍ່ສະໜັບສະໜູນ ແລະ ຮັບຮອງເອົາມະຕິກ່ຽວກັບການເພີ່ມທະວີການຮ່ວມມືໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນ ອາຊຽນ ເພື່ອແນໃສ່ຍົກສູງຄວາມຮັບຮູ້, ຄວາມເຂົ້າໃຈຂອງປະຊາຊົນໃນປະຊາຄົມ ອາຊຽນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ພາຍຫຼັງຮັບຮອງເອົາມະຕິ 25 ສະບັບ, ບັນດາຫົວໜ້າຄະນະຜູ້ແທນສະມາຊິກ AIPA, ໃນນັ້ນຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມແມ່ນທ່ານ ຫງວຽນວັນເຢົ່າ, ປະທານກຳມາທິການການຕ່າງປະເທດ, ໄດ້ລົງນາມໃນຖະແຫຼງການຮ່ວມ.