(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິນລຶວກວາງ ໄດ້ເນັ້ນໜັກຄວາມຈຳເປັນຕ້ອງຍົກສູງ, ພັດທະນາຂະແໜງການຕ່າງປະເທດ ຫວຽດນາມ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິນລຶວກວາງ
(ພາບ: TTXVN)
|
ຕອນເຊົ້າວັນທີ 22 ທັນວາ, ໃນຂອບເຂດກອງປະຊຸມການຕ່າງປະເທດຄັ້ງທີ 32, ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມຄົບຄະນະກ່ຽວກັບການສ້າງ, ພັດທະນາຂະແໜງ. ທີ່ວາລະປະຊຸມ, ການນຳກະຊວງ, ຂະແໜງການຈຳນວນໜຶ່ງ, ບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າອົງການການທູດໄດ້ຍົກອອກບົດຮຽນຂອງບາງປະເທດ, ເພື່ອປະກອບສ່ວນສ້າງ ແລະ ພັດທະນາຂະແໜງການທູດ; ສະເໜີກ່ຽວກັບສຳນັກງານ, ເຄື່ອງອຸປະກອນຂອງອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ, ບັນຈຸພະນັກງານ, ມາດຕະຖານນະໂຍບາຍ, ລະບອບສຳລັບພະນັກງານຂະແໜງການທູດ.
ກ່າວຄຳເຫັນຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິນລຶວກວາງ ໄດ້ເນັ້ນໜັກຄວາມຈຳເປັນຕ້ອງຍົກສູງ, ພັດທະນາຂະແໜງການຕ່າງປະເທດ ຫວຽດນາມ; ສະເໜີໃຫ້ຂະແໜງການຕ່າງປະເທດ ຫວຽດນາມ ໃນປີ 2024 ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ເພື່ອຫັນປ່ຽນໃຫ້ເຂັ້ມແຂງກວ່າ.