ກອງປະຊຸມການຮ່ວມມືແລະພັດທະນາບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ
ນັກຂ່າວ VOV ປະຈຳ ກຳປູເຈຍ. -  
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ກ່າວຄຳເຫັນທີ່ກອງປະຊຸມ
|
(vovworld) - ຕອນບ່າຍວັນທີ 15/3, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ ໄດ້ດຳເນີນກອງປະຊຸມການຮ່ວມມື ແລະ ພັດທະນາບັນດາແຂວງຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 9 ພາຍໃຕ້ການເປັນປະທານຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນ ກຳປູເຈຍ Samdech Sar Kheng.
2 ຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ 2 ປະເທດ, ຕັ້ງໜ້າປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມແລ້ວ, ປັບປຸງບັນດາກົນໄກນະໂຍບາຍບຸລິມະສິດ, ສົ່ງເສີມການແລກປ່ຽນການຄ້າເຂດຊາຍແດນ. 2 ຝ່າຍເຫັນດີສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ກັນກ່ຽວກັບການລົງທຶນ, ຍູ້ໄວຄວາມຄືບໜ້າໃນການຂີດເສັ້ນຊາຍແດນ, ປັກຫຼັກໝາຍຊາຍແດນທາງບົກ, ສືບຕໍ່ເອົາໃຈໃສ່ຊຸກຍູ້ບັນດາການເຄື່ອນໄຫວພົວພັນແລກປ່ຽນມິດຕະພາບປະຊາຊົນ.
ສິ້ນສຸດກອງປະຊຸມ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມ.
ນັກຂ່າວ VOV ປະຈຳ ກຳປູເຈຍ.