(vovworld) - ທີ່ກຳປູເຈຍ, ວັນທີ 7/7, ລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ທ່ານນາງ Soeung Rathchavy ໄດ້ຈັດການປະຊຸມຂ່າວ ປະກາດບາງເນື້ອໃນຕົ້ນຕໍຂອງກອງປະຊຸມກຽມບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ (ຫຼື Asean Som) ຖືກດຳເນີນໃນວັນທີ 6 – 7/7. ຕາມນັ້ນແລ້ວ, ກອງປະຊຸມ Som ໄດ້ກະກຽມສຳເລັດບັນດາເນື້ອໃນທີ່ຮັບໃຊ້ໃຫ້ແກ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຕ່າງໆ ແລະ ບັນດາປະເທດຄູ່ຮ່ວມມື (ອາຊຽນ +1, ອາຊຽນ +3, ກອງປະຊຸມສຸດຍອດ ອາຊີ ຕາເວັນອອກ) ແລະ ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 19 (ຫຼື ARF 19). ນອກຈາກນັ້ນແລ້ວ, ບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ ໄດ້ແບ່ງປັນທັດສະນະ ກ່ຽວກັບວິວັດການສ້າງປະຊາຄົມ ອາຊຽນ, ການປະພຶດຂອງຝ່າຍຕ່າງໆ ຢູ່ທະເລຕາເວັນອອກ (DOC), ການຮ່ວມມື ອາຊຽນ - ອີຢູ, ອາຊຽນ - ລາຊະອານາຈັກ ອັງກິດ... ຄາດວ່າ, ໃນກອງປະ ຊຸມຄັ້ງນີ້, ບັນດາລັດຖະມົນຕີ ອາຊຽນ ຈະຮັບຮອງເອົາບາງເອກະສານຄື: ຖະແຫຼງການອາຊຽນ ກ່ຽວກັບອະນຸສັນຍາຂອງສັນຍາພາກພື້ນ ອາຊີ ຕາເວັນອອກສຽງໃຕ້ປອດອາວຸດນິວເຄຼຍ(ຫຼື SEANWFZ) ແລະ ພ້ອມກັບ ຈີນເຊັນບົດບັນທຶກຊ່ວຍຈຳ ກ່ຽວກັບສົນ ທິສັນຍາ SEANWFZ ແລະ ອະນຸສັນຍາຂອງສົນທິສັນຍາ, ຖະແຫຼງການຮ່ວມຂອງກອງປະຊຸມ AMM 45, ຖະແຫຼງການຮ່ວມຂອງກອງປະຊຸມ ARF 19 ແລະ ຖະແຫຼງການປະທານຂອງບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ກັບບັນດາຄູ່ຮ່ວມມື (ອາຊຽນ +1, ອາຊຽນ +3, ກອງປະຊຸມສຸດຍອດ ອາຊີ ຕາເວັນອອກ).