(VOVWORLD) -ວັນທີ 18 ກຸມພາ, ກອງປະຊຸມກ່ຽວກັບຄວາມໝັ້ນຄົງ Munich (MSC) ປະຈຳປີຄັ້ງທີ 54 ໄດ້ອັດລົງຢູ່ນະຄອນ Munich, ປະເທດເຢຍລະມັນ ດ້ວຍຂໍ້ລິເລີ່ມຫຼາຍຢ່າງໄດ້ນຳສະເໜີເພື່ອແກ້ໄຂບັນດາບັນຫາຄວາມໝັ້ນຄົງທົ່ວໂລກ.
ທ່ານປະທານ MSC Wolfgang Ischinger
(ພາບ: AFP/TTXVN)
|
ໃນ 3 ວັນດຳເນີນກອງປະຊຸມ, ບັນດາບັນຫາກ່ຽວກັບຄວາມໝັ້ນຄົງທົ່ວໂລກຄື: ການປະທະກັນຢູ່ຕາເວັນອອກກາງ, ບັນຫານິວເຄຼຍໃນແຫຼມເກົາຫຼີ, ບັນດາການພົວພັນຂ້າມມະຫາສະມຸດອັກລັງຕິກ… ໄດ້ຍົກອອກມາເພື່ອປຶກສາຫາລື.
ໃນບົດກ່າວປາໄສທີ່ພິທີອັດ, ທ່ານປະທານ MSC Wolfgang Ischinger ໃຫ້ຮູ້ວ່າ, ພາຍຫຼັງກອງປະຊຸມນີ້, ຝ່າຍຕ່າງໆສາມາດກຳແໜ້ນໄດ້ບັນດາສິ່ງທ້າທາຍໃໝ່ ກໍຄືສິ່ງຕ່າງໆທີ່ຄວນຫຼີກລ້ຽງ, ແຕ່ກໍ່ຕ້ອງມີບັນດາບາດກ້າວລະອຽດເພື່ອຜັນຂະຫຍາຍທຸກວິໄສທັດ ແລະ ແນວຄວາມຄິດນີ້.