(vovworld) - ວັນທີ 14/12, ພາຍຫຼັງດຳເນີນກອງປະຊຸມເປັນເວລາ 2 ວັນ ຢູ່ ກາຍໂຣ, ປະເທດອີຢີບ, ກອງປະຊຸມໄດ້ເຕົ້າໂຮມການເຂົ້າຮ່ວມຂອງຜູ້ຕາງໜ້າລັດຖະບານລີບີ ແລະ ບັນດາຝ່າຍຄ້ານ ໄດ້ອອກຖະແຫຼງການກ່ຽວກັບບັນດາຫຼັກການ ແລະ ຂໍ້ສະເໜີ 5 ຂໍ້ເພື່ອປັບປຸງຂໍ້ຕົກລົງໂດຍສະຫະປະຊາຊາດໜູນຫຼັງ ທີ່ໄດ້ຍົກອອກມາເມືຶ່ອປີ 2015, ເພື່ອແນໃສ່ຈຸດໝາຍສ້າງຕັ້ງລັດຖະບານສາມັກຄີຢູ່ປະເທດອາຟະລິກາເໜືອນີ້. ບັນດາຂໍ້ສະເໜີລວມມີ: ປັບປຸງກົງຈັກຂອງຄະນະກຳມະການເຈລະຈາແຫ່ງຊາດລີບີ (LNDC) ເພື່ອແນໃສ່ສ້າງຄວາມດຸ່ນດ່ຽງດ້ານຜົນປະໂຫຍດໃຫ້ທຸກໆຝ່າຍຢູ່ປະເທດນີ້; ປັບປຸງສິດຕ່າງໆຂອງເສນາທິການໃຫຍ່ກອງທັບລີບີ ເຊິ່ງໄດ້ລະບຸໄວ້ໃນມາດຕາທີ 8 ຂອງຂໍ້ຕົກລົງປີ 2015; ຮັບປະກັນລັກສະນະເປັນເອກະລາດຂອງກອງທັບລີບີ ຄືດັ່ງກຳລັງບໍ່ຂຶ້ນກັບພັກຝ່າຍ, ເຄື່ອນໄຫວບໍ່ເພື່ອຈຸດປະສົງການເມືອງ… ນອກນັ້ນ, ຕາງໜ້າລັດຖະບານ ແລະ ບັນດາພັກຝ່າຍຢູ່ລີບີ ໄດ້ຮຽກຮ້ອງ LNDC ແລະ ຄະນະປະຕິບັດງານໜູນຊ່ວຍຂອງສະຫະປະຊາຊາດຢູ່ລີບີ ຈັດຕັ້ງກອງປະຊຸມໃນຮອບເວລາ 2 ອາທິດຈະມາເຖິງ ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາຂໍ້ສະເໜີທີ່ກອງປະຊຸມນີ້ ແລະ ຍົກອອກບັນດາມາດຕະການແກ້ໄຂເພື່ອອາດສາມາດຢຸດຕິວິກິດການຄືໃນປະຈຸບັນຢູ່ປະເທດອາຟະລິກາເໜືອນີ້.