ກອງປະຊຸມກ່ຽວກັບວຽກງານສົມທົບກັນປ້ອງກັນ,ຕ້ານຢາເສບຕິດຂ້າມຊາຍແດນຫວຽດນາມ-ລາວ

ກອງປະຊຸມກ່ຽວກັບວຽກງານສົມທົບກັນປ້ອງກັນ,ຕ້ານຢາເສບຕິດຂ້າມຊາຍແດນຫວຽດນາມ-ລາວ - ảnh 1
(ພາບ​ປະ​ກອບ)

(vovworld) - ​ວັນ​ທີ 08/12, ຢູ່​ແຂວງ ດ້ຽນ​ບຽນ, ໄດ້​ດຳ​ເນີນກອງ​ປະ​ຊຸມ​ກ່ຽວ​ກັບ​ວຽກ​ງານ​ສົມ​ທົບ​ກັນ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ຂ້າມ​ຊາຍ​ແດນ​ປີ 2015 ລະ​ຫວ່າງ​ບັນ​ດາ​ແຂວງ: ເງັ້​ອານ, ແທງ​ຮ໋​ວາ, ເຊີິນ​ລາ, ດ້ຽນ​ບຽນ ຂອງ​ຫວຽດ​ນາມ ແລະ ບັນ​ດາ​ແຂວງ: ຊຽງ​ຂວາງ, ຫົວ​ພັນ, ຫຼວງ​ພະ​ບາງ, ຜົ້ງ​ສາ​ລີ ຂອງ​ລາວ. ກອງ​ປະ​ຊຸມ​ໄດ​້​ສະ​ຫງວນ​ເວ​ລ​າ​ສ່ວຍ​ຫຼ​າຍ​ເພື່ອ​ໃຫ້​ບັນ​ດາ​ຜູ້​ແທນ​ແບ່ງ​ປັນ​ບົດ​ຮຽນ ແລະ ສະ​ເໜີ​ບັນ​ດ​າ​ມາດ​ຕະ​ການ​ແກ້​ໄຂ ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ຈັດ​ຕັ້ງ, ສົມ​ທົບ​ກັນ​ຕໍ່​ສູ້​ຕ້ານ​ອາ​ຊະ​ຍາ​ກຳ​ຢາ​ເສບ​ຕິດ​ໃນ​ບໍ​ລິ​ເວນ​ຊາຍ​ແດນ​ຂອງ​ແຕ່​ລະ​ປະ​ເທດ. ທີ່ກອງ​ປະ​ຊຸມ, ບັນ​ດາ​ຜູ້​ແທນ​ແຂວງ​ຕ່າງ​ໆ ໄດ້​ຮັບ​ຮອ​ງ​ເອົາ ແລະ ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈ​ຳ​ເນື້ອ​ໃນການ​ສົມ​ທົບ​ກັນ​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ລວມ​ມີ: ການ​​​ໂຄ​ສະ​ນາເ​​ຜີຍ​ແຜ່ກົ​ດ​ໝາຍ​​ວ່າ​ດ້ວຍ​ການປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ, ຂົນ​ຂວາຍ​ປະ​ຊາ​ຊົນ​ຢູ່​ເຂດ​ຊາຍ​ແດນບໍ່​ປ​ູກ​ຕົ້ນ​ຢາ​​ຝີ່ນ, ສ້າງ​ບ້ານ, ຕາ​ແສງ​​ໃຫ້​ປອດ​ໄສ ບໍ່​ມີ​ອາດ​ຊະ​ຍາ​ກຳ ແລະ ​ໄພຢາ​ເສບ​ຕິດ.

ຂ່າວ/ບົດ​ອື່ນ