ກອງປະຊຸມຂັ້ນສູງອາຊຽນ ກ່ຽວກັບການພັດທະນາຊົນນະບົດ, ລົບລ້າງຄວາມອຶດຫິວທຸກຍາກຄັ້ງທີ 9
ກອງປະຊຸມອາຊຽນ ກ່ຽວກັບການພັດທະນາຊົນນະບົດ ແລະ ລົບລ້າງຄວາມອຶດຫິວທຸກຍາກຄັ້ງທີ 9
(ພາບ: gdtd.vn)
(vovworld) – ຕອນເຊົ້າວັນທີ 13/6, ຢູ່ນະຄອນ ດ່າໜັງ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໄດ້ໄຂກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ ກ່ຽວກັບການພັດທະນາຊົນນະບົດ ແລະ ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ ຄັ້ງທີ 9. ເຂົ້າຮ່ວມກອງປະຊຸມ ມີບັນດາເຈົ້າໜ້າທີ່ຂັ້ນສູງບັນດາປະເທດ ອາຊຽນ. ດ້ວຍຫົວຂໍ້ວ່າ “ບັນລຸໄດ້ບັນດາຈຸດໝາຍພັດທະນາຊົນນະບົດ ແລະ ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກຜ່ານການເພີ່ມທະວີການຄ້ຳປະກັນດ້ານສະບຽງອາຫານ, ວິທີລ້ຽງຊີບ ແລະ ຮັບມືກັບການປ່ຽນແປງຂອງ ດິນຟ້າ ອາກາດໃນພາກພື້ນ ອາຊຽນ”, ທີ່ກອງປະຊຸມນີ້, ຜູ້ແທນທີ່ຕາງໜ້າໃຫ້ແກ່ບັນດາປະເທດສະມາຊິກອາຊຽນ ຈະມີການປະຊຸມທີ່ປຶກສາ ກັບບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ ກ່ຽວກັບ ກະສິກຳ, ປ່າໄມ້, ພັດທະນາຊົນນະບົດ, ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ແລະເຂົ້າຮ່ວມ ເວທີປາໄສ ອາຊຽນ ກັບບັນດາອົງການຂອງລັດຖະບານ ແລະ ອົງການບໍ່ຂຶ້ນກັບ ລັດຖະບານ ກ່ຽວກັບການພັດທະນາຊົນນະບົດ ແລະ ລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Nguyen Dang Khoa, ລັດຖະມົນຕີຊ່ວຍວ່າການກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ເນັ້ນໜັກວ່າ:
“ໃນສະພາບພື້ນຖານເສດຖະກິດໂລກ ກໍຄືພາກພື້ນພວມປະເຊີນໜ້າ ກັບສະພາບການປ່ຽນແປງຂອງດິນຟ້າອາກາດ, ແຕ່ລະປະເທດເວົ້າສະເພາະ ກໍຄືປະຊາຄົມ ອາຊຽນ ຄວນຍູ້ແຮງການແບ່ງປັນ, ແລກປ່ຽນບົດຮຽນ ກ່ຽວກັບການພັດທະນາຊົນນະບົດ, ຫຼຸດຜ່ອນຄວາມທຸກຍາກ ເພື່ອສາມາດຊອກຫາເສັ້ນທາງ, ວິທີການປະຕິບັດທີ່ມີຫົວຄິດປະດິດສ້າງ, ເໝາະສົມກັບເງື່ອນໄຂຂອງແຕ່ລະປະເທດກ່ວາອີກ. ເພື່ອປະຕິບັດສິ່ງດັ່ງກ່າວໃຫ້ໄດ້, ແຕ່ລະປະເທດຄວນຄົ້ນຄ້ວາ ບັນດາມາດຕະການ ແລະ ສືບຕໍ່ປຶກສາຫາລື ເພື່ອຍົກອອກທິດທາງຮ່ວມມືໃໝ່ ໃນອາຊຽນ ແລະ ພາກພື້ນ ກ່ຽວກັບການພັດທະນາຊົນນະບົດ ແລະ ລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ”