ກອງປະຊຸມຄັ້ງທີ 12ຄະນະກຳມະການລະຫວ່າງລັດຖະບານຫວຽດນາມ-ເບລາຣຸດ
|
(vovworld)- ໃນວັນທີ 26-27/10 ຢູ່ ນະຄອນ Minsk ຂອງປະເທດ ເບລາຣຸດ ໄດ້ດຳເນີນກອງປະຊຸມຄັ້ງທີ 12 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ ແລະ ເບລາຣຸດ ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ວິທະຍາສາດເຕັກນິກ. ກອງປະຊຸມດຳເນີນໃນສະພາບ ສອງປະເທດ ພວມກະກຽມໃຫ້ການຢ້ຽມຢາມ ຫວຽດນາມ ຂອງປະທານາທິບໍດີ ເບລາຣຸດ Aleksandr Lukashenco ໃນເດືອນ 12/2015 ຈະມາເຖິງ. ທີ່ກອງປະຊຸມ, ສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການຮ່ວມມື, ເພີ່ມທະວີການດຶງດູດການລົງທຶນ ແລະ ການເຂົ້າຮ່ວມຂອງບັນດານັກທຸລະກິດສອງຝ່າຍເຂົ້າໃນບັນດາໂຄງການຈຸດສຸມຢູ່ແຕ່ລະປະເທດໃນຂົງເຂດກະສິກຳ, ອຸດສາຫະກຳ, ການກໍ່ສ້າງ, ການເງິນ ທະນາຄານ, ວິທະຍາສາດເຕັກໂນໂລຊີ… ທ່ານ ຮວາງກວກເວື້ອງ, ລັດຖະມົນຕີຊ່ວຍວ່າການກະຊວງອຸດສາຫະກຳ ການຄ້າ, ຫົວຫນ້າຄະນະຜູ້ແທນຫວຽດນາມ ຖືວ່າ: ເພື່ອຊຸກຍູ້ການພັດທະນາການພົວພັນດ້ານການຄ້າເສດຖະກິດ ຫວຽດນາມ -ເບລາຣຸດໃຫ້ແຂງແຮງກວ່າ, ນອກຈາກ ການພົວພັນດ້ານການຄ້າແລ້ວ ຄວນເພີ່ມທະວີການພົວພັນໃນຂົງເຂດມອບສົ່ງເຕັກໂນໂລຊີ, ສ້າງຕັ້ງບໍລິສັດຮ່ວມຜະລິດບັນດາປະເພດສິນຄ້າຊື່ງ ເບລາຣຸດ ມີທ່າໄດ້ປຽບ.