ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເປັນປະທານກອງປະຊຸມ
ຄັ້ງທີ 2 ຂອງຄະນະກຳມະການປັບປຸງເພີ່ມເຕີມລັດຖະທຳມະນູນປີ 1992.
(ພາບ:tapchicongsan.)
Vovworld- ວັນທີ 21 ກຸມພາ, ທ່ານ ຫງວຽນຊິງຮຸ່ງ ປະທານສະພາແຫ່ງຊາດຫວຽດນາມ, ປະທານຄະນະກຳມະການປັບປຸງເພີ່ມເຕີມລັດຖະທຳມະນູນປີ 1992 ໄດ້ເປັນປະທານ ກອງປະຊຸມຄັ້ງທີ 2 ຂອງຄະນະກຳມະການປັບປຸງເພີ່ມເຕີມລັດຖະທຳມະນູນປີ 1992. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ໄດ້ຊີ້ແຈງວ່າ: ກອງປະຊຸມຄັ້ງທີ 2 ນີ້ຈະຕີລາຄາຮ່າງ ບົດ ລາຍງານສະຫຼຸບ ການປະຕິບັດລັດຖະທຳມະນູນປີ 1992, ພ້ອມທັງໃຫ້ຄຳເຫັນໃສ່ ບາງກຳນົດທິດ ໃຫຍ່ໃນການປັບປຸງ ລັດຖະທຳມະນູນປີ 1992. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງສະເໜີວ່າ: ໃນ ບົດ ລາຍງານສະຫຼຸບ ການປະຕິບັດ ລັດຖະທຳມະນູນປີ 1992, ບັນດາສະມາຊິກຂອງຄະນະກຳມະການຄວນລົງເລິກ ໃຈ້ແຍກ ບັນດາດ້ານ ຈຳກັດ, ຄົງຄ້າງເພື່ອວາງບັນດາມາດຕະການແກ້ໄຂປັບປຸງ.
ເມື່ອເນັ້ນໜັ້ກເຖິງສະພາວະປັບປຸງ ລັດຖະທຳມະນູນປີ 1992, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ຖືວ່າ: ການປັບປຸງລັດຖະທຳມະນູນຕ້ອງສາມາດ ຕອບສະໜອງຄວາມຕ້ອງການທີ່ສອດຄອງກັບການຜັນແປຢູ່ພາຍໃນປະເທດ, ການທຳນາຍທ່າອຽງພາກພື້ນ ແລະ ໃນໂລກ, ຕິດແທດກັບມະຕິກອງປະຊຸມໃຫຍ່ຄັ້ງທີ 11 ບົນຈິດໃຈປັບປຸງ, ສ້າງເປັນລັດຖະທຳມະນູນພື້ນຖານ, ຍາວນານ, ມີຄວາມໝັ້ນຄົງເພື່ອຮັບໃຊ້ພາລະກິດລວມຂອງປະເທດຊາດ. ການປັບປຸງ ລັດຖະທຳມະນູນປີ 1992 ຕ້ອງເສີມຂະຫຍາຍລັກສະນະປະຊາທິປະໄຕຂອງປະຊາຊົນຢ່າງແຂງແຮງ, ຢືນຢັນດ້ານທາດແທ້ຂອງລັດແມນ່ຂອງປະຊາຊົນ, ມາຈາກປະຊາຊົນ ແລະ ເພື່ອປະຊາຊົນ ແລະ ອື່ນໆ.
ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຍັງເນັ້ນໜັ້ກວ່າ: ການປັບປຸງ ລັດຖະທຳມະນູນປີ 1992 ຄວນສືບຕໍ່ຢັ້ງຢືນບົດບາດທາງດ້ານນິຕິທຳ, ເຮັດໃຫ້ຈະແຈ້ງກ່ຽວກັບບົດບາດນຳພາຂອງພັກກອມມູນິດຫວຽດນາມ ແລະ ຄວາມຜູກພັນລະຫວ່າງພັກກັບປະຊາຊົນ. ການຮຽບຮຽງຮ່າງລັດຖະມະນູນສະບັບປັບປຸງກໍຕ້ອງມຸ່ງໄປສູ່ຈຸດໝາຍສ້າງກຳລັງຊຸກຍູ້ຢ່າງແຂງແຮງໃຫ້ແກ່ກິດຈະການພັດທະນາເສດຖະກິດ, ວັດທະນະທຳ, ການສຶກສາ, ສັງຄົມ, ສອດຄອງກັບສະພາບການປ່ຽນແປງໃໝ່ປະເທດຊາດໃນຊຸມປີຕໍ່ໆໄປ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໃຫ້ຮູ້ວ່າ: ພາຍຫຼັງຮັບເອົາຄຳເຫັນຂອງບັນດາສະມາຊິກໃນຄະນະກຳມະການດັ່ງກ່າວ, ຮ່າງລັດຖະທຳມະນູນສະບັບປຸງຈະຖືກຍື່ນສະເໜີຕໍ່ສະພາແຫ່ງຊາດເພື່ອປະກອບຄຳຄິດຄຳເຫັນກ່ຽວກັບວິທີການ, ວັນເວລາປະກາດ ແລະ ການເກັບກຳຄຳເຫັນຂອງປະຊາຊົນທຸກຊັ້ນຄົນ.