ກອງປະຊຸມຄັ້ງທີ 26 ຂອງຄະນະປະຈຳ ສະພາແຫ່ງຊາດ

ກອງປະຊຸມຄັ້ງທີ 26 ຂອງຄະນະປະຈຳ ສະພາແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) - ກອງ​ປະຊຸມ​ຄັ້ງ​ທີ 26 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 10/03, ຢູ່​ຮ່າ​ໂນ້ຍ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ. ກ່າວ​ຄຳ​ເຫັນ​​ໄຂ​ກອງ​ປະຊຸມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ກອງ​ປະຊຸມ​ສຳຄັນ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ສະ​ເໜີ​​ໃຫ້​ສະມາຊິກຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ເຮັດ​ວຽກ​ດ້ວຍ​ຈິດ​ໃຈ​ມີໜ້າ​ທີ່​ຮັບຜິດຊອບ​ສູງ ​ໃນ​ບັນດາ​ກອງ​ປະຊຸມ ​ເພື່ອ​ຮັບປະກັນ​ລັດຖະທຳ​ມະນູນ​ເຂົ້າ​ສູ່​ຊີວິດຕົວ​ຈິງ. ທ່ານ​ຫງວຽນ​ຊິງ​ຮຸ່ງ ກ່າວ​ວ່າ.

    “ພວກ​ເຮົາ​ພວມ​ກະກຽມ​ໃຫ້​ກອງປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13 ​​ເຊິ່ງໃຫ້ຄຳ​ເຫັນ​ໃສ່ຮ່າງ​ກົດໝາຍຫຼາຍ​ສະບັບ. ຮ່າງ​ກົດໝາຍ​ແຕ່​ລະສະ​ບັບ, ​ທຳ​ອິດ​ແມ່ນ​ຕ້ອງ​ຕິດ​ແທດ​ກັບ​ລັດຖະທຳ​ມະນູນ, ສະ​ນັ້ນ, ຂ້າພະ​ເຈົ້າ​ສະ​​ເໜີ​ໃຫ້​ບັນດາ​ສະຫາຍ​ໃນ​ອົງການ​ກວດກາ, ອົງການ​ກະກຽມ​ໃນ​ຄະນະ​ປະຈຳສະພາ​ແຫ​່ງຊາດ ​ແລະ ບັນດາ​ສະຫາຍ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຊີ້​ນຳ​ການ​ສ້າງ​ກົດໝາຍຕ້ອງ​​ເຮັດ​ຕາມຈິດ​ໃຈ​ນັ້ນ. ຕ້ອງ​ນຳ​ລັດຖະທຳ​ມະນູນ​ເຂົ້າ​ສູ່​ຊີວິດຕົວ​ຈິງ. ບໍ່​ອາດ​ປະຕິບັດ​ພ້ອມ​ກັນ​ໄດ້, ​ແຕ່​ຕ້ອງ​ປະຕິບັດ​ຕາມ​ແຕ່ລະ​ຂັ້ນ​ຕອນ, ກົດໝາຍ, ລັດຖະບັນຍັດ, ມະຕິ​ກໍ່​ລ້ວນ​ແຕ່​ຕິດ​ພັນ​ກັບ​ຈິດ​ໃຈ​ນັ້ນ”.

        ພາຍຫຼັງ​ພິທີ​ໄຂ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ​້ຄຳ​ເຫັນ​ໃສ່​ຮ່າງກົດໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ (ສະບັບ​ປັບປຸງ). ບັນດາ​ຜູ້​ແທນ​ລ້ວນ​ແຕ່​ພິຈາລະນາ​ລະອຽດ​ເຖິງ​ຂໍ້​ມາດຕາທີ່​ກ່ຽວຂ້ອງ​ເຖິງ​ບັນດາ​ກົດໝາຍ​ພວມ​ປະກາດ​ໃຊ້​ຄື ກົດໝາຍວ່າ​ດ້ວຍ​ເຮືອ​ນຢູ່ (ສະບັບ​ປັບປຸງ). ປະກອບ​ຄຳ​ເຫັນ​ໃສ່​ກົດໝາຍ​ດັ່ງກ່າວ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ສະ​ເໜີ​ເຮັດ​ແຈ້ງຄວາມ​ສຳນຶກ “ອະ​ສັງ​ຫາ​ລິ​ມະ​ຊັບ”, ຈາກ​ນັ້ນ​ຈະ​ຫັນ​ເປັນ​ລະອຽດ​ໃນ​ບັນດາ​ຂໍ້​ມາດຕາຂອງຮ່າງກົດໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ອະ​ສັງ​ຫາ​ລິ​ມະ​ຊັບ (ສະບັບ​ປັບປຸງ) ​ແລະ ​ເໝາະ​ສົມ​ກັບ​ກົດໝາຍ​ອື່ນໆ.

ຂ່າວ/ບົດ​ອື່ນ