ກອງປະຊຸມຄັ້ງທີ 8 ຄະນະ ບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ຊຸດທີ 11
(ພາບ: baokhanhhoa.com.vn)
(vovworld)- ຕອນເຊົ້າວັນທີ 5/10, ໃນມື້ເຮັດວຽກທີ 6 ຂອງກອງປະຊຸມຄັ້ງທີ 8 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 11, ບັນດາຜູ້ແທນໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບ: ຂໍ້ກຳນົດການເລືອກຕັ້ງໃນພັກ; ການສ້າງຕັ້ງບັນດາອະນຸກຳມະການກະກຽມໃຫ້ແກ່ກອງປະຊຸມໃຫ່ຍຄັ້ງທີ 12 ຂອງພັກ. ໃນຕອນບ່າຍຂອງວັນດຽວກັນ, ຄະນະບໍລິຫານງານສູນກາງພັກດຳເນີນວາລະປະຊຸມຄົບຄະນະທີ່ຫໍປະຊຸມ, ປຶກສາຫາລືສອງເນື້ອໃນດັ່ງກ່າວ. ທ່ານເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ໄດ້ຕາງໜ້າກົມການເມືອງຊີ້ນຳກອງປະຊຸມ.