ກອງປະຊຸມຄັ້ງທີ 8 ປະກາດໃຊ້ຫຼາຍມາດຕະການເສດຖະກິດທີ່ແທດຈິງ

ກອງປະຊຸມຄັ້ງທີ 8 ປະກາດໃຊ້ຫຼາຍມາດຕະການເສດຖະກິດທີ່ແທດຈິງ - ảnh 1
ທ່ານ ເລຂາທິການໃຫຍ່ ຫງວຽນຟູ່ຈ້ອງ ກ່າວຄຳເຫັນອັດກອງປະຊຸມ
(ພາບປະກອບຈາກ Trí Dũng – TTXVN)

(vovworld) – ກອງ​ປະຊຸມ​ຄັ້ງ​ທີ 8, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຊຸດ​ທີ 11 ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຫຼາຍ​ບັນຫາສຳຄັນ, ​ໃນ​ນັ້ນ​ໄດ້​ຊີ້​ແຈ້ງ​ບັນດາ​ກຳນົດ​ທິດ​ພັດທະນາ​​ເສດຖະກິດ - ສັງ​ຄົມ​ແບບ​ຍືນ​ຍົງ​ໃນ​ໄລຍະ​ຕໍ່​ໄປ. ສາດສະດາຈານ, ດຣ ວິທະຍາສາດ ຫງວຽນ​ກວາງ​ທ໋າຍ, ​ເລຂາທິການ​ໃຫຍ່​ສະມາຄົມ​ເສດຖະກິດ ຫວຽດນາມ, ​ເນັ້ນ​ໜັກ​​ເປັນພິ​ເສດເລື່ອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ເຫັນ​ດີ​ເປັນ​ເອກະສັນ​ບັນດາ​ກົນ​ໄກ, ນະ​ໂຍບາຍ, ​ເພື່ອ​ແນ​ໃສ່​ປະຕິບັດ​ການ​ຜັນ​ຂະຫຍາຍຢ່າງລະອຽດ, ຄົບ​ຊຸດ​ບັນດາ​ໜ້າ​ທີ່, ມາດ​ຕະການ​ທີ່​ມີ​ຕໍ່​​ຮູບ​ແບບ​ການ​ເຕີບ​​ໂຕ, ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ​ແລະ ປະຕິບັດ 3 ຂອດ​ບຸກທະລຸ​ຍຸດ​ທະ​ສາດ, ຖື​ນີ້​ແມ່ນ​ປັດ​ໄຈ​ຕັດສິນ​ຊີ້​ຂາດ​ຂອງ​ພາລະກິດ​ຫັນ​ເປັນປະ​ເທດ​​ອຸດສາຫະກຳ, ທັນ​ສະ​ໄໝ. ສາດສະດາຈານ, ດຣ ວິທະຍາສາດ ຫງວຽນ​ກວາງ​ທ໋າຍ ​ເນັ້ນ​ໜັກ​ວ່າ:

        “ນີ້​ແມ່ນ​ບັນດາ​ບັນຫາ​ຕ້ອງ​ໄດ້​ຮັບ​ການປະຕິບັດ​ຢ່າງ​ລະອຽດ ​​ແຕ່​ບໍ່​ສາມາດ​ປະຕິບັດ​ຢ່າງ​ວ່ອງໄວ ​ແລະ ​ໃນ​ທັນທີ​ໄດ້ ຕ້ອງ​ປະຕິບັດ​ເທື່ອ​ລະ​ກ້າວ​ເພື່ອ​ມຸ່ງ​ໄປ​ເຖິງ​ຮູບ​ແບບ​ທີ່ມີ​ປະສິດທິ​ຜົນ​ກ່ວາ, ມີ​ກຳລັງ​ແກ່ງ​ແຍ້​ງກ່ວາ ​ແລະ ອາດ​ຈະ​ພັດທະນາ​ແບບ​ຍືນ​ຍົງ​ຢ່າງ​ຍາວ​ນານ. ຍິ່ງ​ໄປ​ກ່ວານັ້ນ, ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ​ບົນ​ພື້ນຖານ​ຂອງ​ມະຕິ​ສູນ​ກາງ​ ນັ້ນ​ຕ້ອງ​ເຮັດ​ແນ​ວ​ໃດ​​ໃຫ້ທຸກ​ຄົນ​ລ້ວນ​ແຕ່ຊາບ​ຊຶມ ​ແລະ ​ເປັນ​ເອກະສັນ, ຮ່ວມ​​ແຮງ​ຮ່ວມ​ໃຈ ມີ​ການ​ເຂົ້າ​ຮ່ວມ​ມຂອງ​ທົ່ວ​ປວງ​ຊົນ ​ແລະ ບັນດາ​ພາກສ່ວນ​ເສດຖະກິດ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ເຮັດ​​ໃຫ້ 3 ຂອດ​ບຸກທະລຸ​ນັ້ນ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກ່ວາ.”

        ​ເມື່ອ​ສະ​ແດງ​ຄວາມ​ເຊື່​ອໝັ້ນ​ເຂົ້າໝາກ​ຜົນ​ກອງ​ປະຊຸມ​ສູ​ນກາງ​ຄັ້ງ​ທີ 8 ທີ່​ຫາ​ກໍ່​ອັດ​ລົງ, ດຣ ​ເກີ໋ນວັນລຶກ, ນັກ​ຊ່ຽວຊານ​ເສດຖະກິດ​ທະນາຄານ, ທີ່​ປຶກສາ​ຂັ້ນ​ສູງ​ປະທານ​ສະພາ​ບໍລິຫານ​ທະນາຄານ​ລົງທຶນ ​ແລະ ພັດທະນາ ຫວຽດນາມ (BIDV), ຖື​ວ່າ: ​ເສດຖະກິດ ຫວຽດນາມ ພວມ​ມີ​ສັນຍາ​ໜ້າ​ປະ​ເອີ​ບ​ໃຈ, ລະດັບ​​ເຕີບ​ໂຕ​ອາດ​ຈະ​ກັບ​ຄືນ​ຄືນ​​ໃໝ່​​ໃນ​ປີ 2014.

 

 


ຂ່າວ/ບົດ​ອື່ນ