( ສືບຕໍ່ວັນເຮັດວຽກທີ 7 ກອງປະຊຸມຄັ້ງທີ 13
ຄະນະບໍລິຫານງານສູນກາງພັກຊຸດທີ 11 )
(vovworld) – ວັນທີ 20/12, ໂດຍສືບຕໍ່ວັນເຮັດວຽກທີ 7 ກອງປະຊຸມຄັ້ງທີ 13 ຄະນະບໍລິຫານງານສູນກາງພັກຊຸດທີ 11. ທ່ານ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ເປັນປະທານວາລະປະຊຸມ. ຕອນເຊົ້າ, ຄະນະບໍລິຫານງານສູນກາງພັກເຮັດວຽກຕາມໜ່ວຍ, ຄົ້ນຄວ້າ, ປະກອບຄຳເຫັນໃສ່ບົດລາຍງານບາງສະບັບຕາມລາຍການເຮັດວຽກຂອງກອງປະຊຸມ, ຕອນບ່າຍ, ຄະນະບໍລິຫານງານສູນກາງພັກເຮັດວຽກຢູ່ຫໍປະຊຸມກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ 12.