ກອງປະຊຸມຄັ້ງທີ38ຄະນະປະຈຳສະພາແຫ່ງຊາດ

ກອງປະຊຸມຄັ້ງທີ38ຄະນະປະຈຳສະພາແຫ່ງຊາດ - ảnh 1
ກອງ​ປະຊຸມຄັ້ງ​ທີ 38 ຄະນະປະຈຳ​ສະພາ​ແຫ່ງ​ຊາດ
(ພາບ: TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 12/5, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ ກ່ຽວ​ກັບ​ບົດ​ລາຍ​ງານ​ກວດກາ​ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ປະຊາ​ມະຕິ ​ແລະ ພິຈາລະນາ​ບົດ​ລາຍ​ງານ​ຂອງ​ລັດຖະບານ ກ່ຽວ​ກັບ​ຂໍ້​ກຳນົດ​ຢູ່​ມາດຕາ 60 ຂອງ​ກົດໝາຍ​ວ່າ​ດ້ວຍ​ປະກັນ​ສັງຄົມ​ປີ 2014 ກ່ຽວ​ກັບ​ປະກັນ​ສັງຄົມ​ເທື່ອ​ດຽວ. ​ເມື່ອ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ລົງ​ປະຊາ​ມະຕິ ​ໂດຍ​ທ່ານ​ປະທານ​ສະມາຄົມ​ທະນາຍຄວາມ ຫວຽດນາມ ຫງວຽນ​ວັນ​ກ່ວຽນ ສະ​ເໜີ, ສະມາຊິກ​ສ່ວນ​ຫຼາຍ​ໃນຄະນະ​ປະຈຳ​ສະພາ​ແຫ່ງ​ຊາດເຫັນ​ດີຕໍ່ຄວາມ​ຈຳ​ເປັນປະກາດ​ໃຊ້​ກົດໝາຍ, ສະ​ແດງ​ໃຫ້​ເຫັນ​ສິດ​ປະຊາທິປະ​ໄຕ​ໂດຍ​ກົງ​ຂອງ​ປະຊາຊົນ ​ແລະ ຜັນ​ຂະຫຍາຍບັນດາ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 2013. ​ແຕ່ວ່າ, ຜ່ານ​ການ​ປຶກສາ​ຫາລື,​ ຫຼາຍ​ຄຳ​ເຫັນ​ຖື​ວ່າ ຄວນ​ກຳນົດ​ຈະ​ແຈ້ງ​ ກ່ຽວ​ກັບບັນຫາ​ໃດ​​ແດ່ເມື່ອ​ຍົກ​ອອກມາ​ລົງ​ປະຊາ​ມະຕິ, ກໍ​ຄື​ສິດ​ອຳນາດ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ການ​ລົງ​ປະຊາ​ມະຕິ.

        ​​ແລະ​ກໍ​ໃນວາລະປະຊຸມ​ຕອນ​ບ່າຍວັນ​ດຽວກັນ, ລັດຖະບານ​​ໄດ້ລາຍ​ງານ​ຕໍ່ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ພິຈາລະນາ, ​ແກ້​ໄຂ​ໃຫ້​ຜູ້​ອອກ​ແຮ​ງງານ​ເລືອກ​ເຟັ້ນ​​ການ​ຊົມ​ໃຊ້​ເງິນ​ອຸດ​ໜູນ​ປະກັນ​ສັງຄົມເທື່ອ​ດຽວ, ຫຼື ສະ​ສົມ
ເພື່ອຮັກສາ​​ໄລຍະ​ເວລາ​ທີ່ໄດ້​ຈ່າຍ​ເງິນ​ປະກັນ​ໄພ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ເຂົ້າ​ຮ່ວມ​ປະກັນ​ສັງຄົມ ​ແລະ ​ຮັບ​ເບ້ຍ​ບຳນານ. ​ເມື່ອ​ໃຫ້​ຄຳ​ເຫັນ ກ່ຽວ​ກັບ​ບັນຫາ​ນີ້, ບັນດາ​ສະມາຊິກ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຢືນຢັນ​ວ່າ: ນີ້​ແມ່ນ​ແຜນ​
ນະ​ໂບບາຍ, ນະ​ໂຍບາຍ​ກົດໝາຍ​ທີ່​ຖືກຕ້ອງ, ​ແຕ່​ວ່າ​ຄວນ​ໄຈ້​ແຍກ​ເຫດຜົນ ​ແລະ ​ປະຕິບັດ​ສຳ​ເລັດ​ໂດຍ​ໄວ ​ເພື່ອ​ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ ​ແລະ ຕົວ​ຈິງຄື​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ