ກອງປະຊຸມຄັ້ງທີ3ຄະນະກຳມະການການຄ້າປະສົມຫວຽດນາມ-ອາຟະລິກາໃຕ້
(ກອງປະຊຸມຄັ້ງທີ3ຄະນະກຳມະການ
ການຄ້າປະສົມຫວຽດນາມ-ອາຟະລິກາໃຕ້)
(vovworld) - ໃນລະຫວ່າງວັນທີ 06 - 10/06, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ໂດ້ທັ໋ງຫາຍ ໄດ້ນຳໜ້າຄະນະປະຕິບັດງານກະຊວງອຸດສາຫະກຳການຄ້າ ເຂົ້າຮ່ວມກອງປະຊຸມຄັ້ງທີ 3 ຄະນະກຳມະການການຄ້າປະສົມຫວຽດນາມ - ອາຟະລິກາໃຕ້ ຢູ່ນະຄອນຫຼວງ Pretoria. ທີ່ກອງປະຊຸມ, 2 ຝ່າຍໄດ້ສຳຫຼວດກວດຄືນສະພາບການຮ່ວມມືດ້ານເສດຖະກິດ, ການຄ້າ 2 ຝ່າຍນັບແຕ່ກອງປະຊຸມຄັ້ງທີ 2 ເຊິ່ງຖືກຈັດຢູ່ຮ່າໂນ້ຍ ເມື່ອປີ 2008 ແລະ ຮັບຮອງບາດກ້າວພັດທະນາພໍສົມຄວນໃນວົງເງິນການຄ້າ 2 ຝ່າຍ, ບັນລຸໄດ້ 1,15 ຕື້ USD ໃນປີ 2015. 2 ຝ່າຍໄດ້ເຫັນດີເປັນເອກະພາບຈະມານະພະຍາຍາມກວ່າອີກ ເພື່ອນຳວົງເງິນການຄ້າ 2 ຝ່າຍໃຫ້ຂຶ້ນເຖິງລະດັບ 3 ຕື້ USD ໃນປີ 2020. ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ - ອາຟະລິກາ ກວ່າອີກ, ທ່ານຮອງລັດຖະມົນຕີ ໂດ້ທັ໋ງຫາຍ ສະເໜີກຸ່ມມາດຕະການແກ້ໄຂຈຸດສຸມລວມມີ: ຍູ້ແຮງການຫັນດ້ານການຄ້າເປັນເສລີ, ຈຳກັດການນຳໃຊ້ບັນດາຮົ້ວກີດຂວາງດ້ານການຄ້າ ແລະ ການລົງທຶນ; ເພີ່ມທະວີການສົ່ງເສີມດ້ານການຄ້າ, ແລກປ່ຽນຄະນະຜູ້ແທນວິສາຫະກິດ… ຢູ່ແຕ່ລະປະເທດ. ທ່ານຮອງລັດຖະມົນຕີ ໂດ້ທັ໋ງຫາຍ ກໍສະເໜີເລື່ອງລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບການສົ່ງເສີມດ້ານການຄ້າລະຫວ່າງກົມສົ່ງເສີມດ້ານການຄ້າຫວຽດນາມ ແລະ ກົມການຄ້າ ແລະ ການລົງທຶນອາຟະລິກາໃຕ້, ຄຽງຂ້າງນັ້ນ, ການຮ່ວມມືດ້ານການຄ້າ, ຈຸດທີ່ພົ້ນເດັ່ນທີ່ກອງປະຊຸມຄັ້ງນີ້ແມ່ນເລື່ອງ ຫວຽດນາມ ໄດ້ເປັນເຈົ້າການສະເໜີເພີ່ມທະວີການຮ່ວມມືໃນຂົງເຂດອຸດສາຫະກຳ.
ສ່ວນທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າອາຟະລິກາໃຕ້ Mzwandile Masina ໄດ້ເຫັນດີຕໍ່ບັນດາຂໍ້ສະເໜີດັ່ງກ່າວ, ພ້ອມທັງສະເໝີໃຫ້ຝ່າຍຫວຽດນາມ ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາຜະລິດຕະພັນກະເສດ ແລະ ສະບຽງອາຫານຂອງອາຟະລິກາໃຕ້ ທີ່ບັນລຸມາດຕະຖານສາກົນ ໄດ້ສົ່ງອອກເຂົ້າຕະຫຼາດຫວຽດນາມ. ທ່ານ Masina ກໍຮຽກຮ້ອງໃຫ້ບັນດາວິສາຫະກິດຫວຽດນາມ ເພີ່ມທະວີການລົງທຶນເຂົ້າອາຟະລິກາໃຕ້.