ກອງປະຊຸມຄັ້ງທີ 5 ຂອງຄະນະກຳມາທິການ
ລະຫວ່າງລັດຖະບານ ຫວຽດນາມ - ສ.ເຊັກໂກ
(vovworld) - ໃນກອງປະຊຸມຄັ້ງທີ 5 ຂອງຄະນະກຳມາທິການລະຫວ່າງລັດຖະບານ ຫວຽດນາມ - ສ.ເຊັກໂກ ດຳເນີນໃນວັນທີ 12/07 ຢູ່ Praha, ທ່ານນາງ ໂຮ່ທິກີມທວາ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານຄະນະກຳມາທິການ ຫວຽດນາມ - ສ.ເຊັກໂກ ແລະ ທ່ານ Jiri Koliba ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ປະທານກຳມາທິການ ສ.ເຊັກໂກ - ຫວຽດນາມ ໄດ້ລົງນາມໃນເອກະສານກ່ຽວກັບຂໍ້ຕົກລົງການຮ່ວມມື 2 ຝ່າຍໃນໄລຍະ 2016 – 2020. ທີ່ກອງປະຊຸມ ແລະ ທີ່ເວທີປາໄສວິສາຫະກິດ ຫວຽດນາມ - ສ.ເຊັກໂກ ໄດ້ຮັບການຈັດຕັ້ງພ້ອມກັນ, 2 ຝ່າຍເຫັນດີເປັນເອກະສັນໂດຍຖືວ່າ: ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອພວມນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ. 2 ຝ່າຍບັນລຸໄດ້ຂໍ້ຕົກລົງໃນການເພີ່ມທະວີການຮ່ວມມືຢ່າງລະອຽດກ່ວາໃນບັນດາຂົງເຂດຄື: ອຸດສາຫະກຳຂຸດຄົ້ນແຮ່ທາດ ແລະ ພະລັງງານ, ການຄົມມະນາຄົມ - ຂົນສົ່ງ, ການສຶກສາບຳລຸງກໍ່ສ້າງ, ແຮງງານ, ປົກປັກຮັກສາສິ່ງແວດລ້ອມ…