(vovworld) - ວັນທີ 11/7 ກອງປະຊຸມຄັ້ງທີ 9 ສະມາຄົມນັກປະພັນຫວຽດນາມ ໄດ້ໄຂຂຶ້ນຢ່າງເປັນທາງການ, ດ້ວຍທິດນຳຍົກສູງລັກສະນະຕັ້ງໜ້າສັງຄົມຂອງນັກປະພັນ, ປ່ຽນໃໝ່ຈີນຕະນາການສິລະປະ, ອາຍຸການ 2015-2020, ສະມາຄົມນັກປະພັນຫວຽດນາມ ສຸມໃສ່ບັນດາວຽກງານຕົ້ນຕໍເຊັ່ນ: ເລືອກເຟັ້ນ ແລະ ໜູນຊ່ວຍນັກປະພັນໜູ່ມແຕ່ງ ບົດປະພັນວັນນະຄະດີ, ສ້າງເງື່ອນໄຂເພື່ອໃຫ້ນັກປະພັນເຂົ້າຮ່ວມພົວພັນແລກປ່ຽນວັດທະນະທຳກັບພາກພື້ນ ແລະ ໂລກ…ກ່າວຄວາມເຫັນທີ່ກອງປະຊຸມໃຫຍ່, ທ່ານ ດິນເທ໋ຮວີນ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ເນັ້ນໜັກວ່າ,
“ຂ້າພະເຈົ້າສະເໜີໃນການປຶກສາຫາລື, ກໍ່ສ້າງ ແລະ ຜັນຂະຫຍາຍການປະຕິບັດທິດທາງ, ໜ້າທີ່ຂອງສະມາຄົມນັກປະພັນໃນອາຍຸການຈະມາເຖິງ, ຄວນຊາບຊືມເນື້ອໃນຈິດໃຈຂອງມະຕິຢ່າງຄົບຖ້ວນ ແລະ ເລິກເຊິ່ງ “ກ່ຽວກັບການກໍ່ສ້າງ ແລະ ພັດທະນາວັດທະນະທຳ, ຊາວຫວຽດນາມ, ຕອບສະໜອງຄວາມຮຽກຮ້ອງພັດທະນາປະເທດຊາດຢ່າງໝັ້ນຄົງ“ນັກປະພັນຕ້ອງກຳນົດໄດ້ຈຸດໝາຍອັນສູງສົ່ງ, ເພື່ອປະເທດຊາດ, ເພື່ອປະຊາຊົນ, ສູ້ຊົນເພື່ອມີຫຼາຍບົດປະພັນທີ່ມີຄຸນຄ່າດ້ານແນວຄິດ ແລະ ສິລະປະສູງ”.
ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານສະມາຄົມນັກປະພັນຫວຽດນາມ. ນັກກະວີ ຫື້ວຖິງ ສືບຕໍ່ຮັບດຳລົງຕຳແໜ່ງເປັນປະທານສະມາຄົມອາຍຸການ 2015-2020.